ກອງປະຊຸມຮ່ວມລະຫວ່າງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ປະຈຳປີ 2024

ມ.ຖ. 27, 2025 | ເຂດ 12 ຄຳມ່ວນ

   ໃນຕອນບ່າຍຂອງວັນທີ 27 ມີນາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ໄດ້ດຳເນີນກອງປະຊຸມຮ່ວມ ລະຫວ່າງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ປະຈຳປີ 2024 ໂດຍການເປັນປະທານຮ່ວມຂອງທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນແຂວງຄຳມ່ວນ ແລະ ທ່ານ ສົມບູນ ແກ້ວວົງສາ ຫົວໜ້າຫ້ອງວ່າການແຂວງຄຳມ່ວນ; ມີຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ, ຄະນະຫ້ອງວ່າການແຂວງຄຳມ່ວນ; ບັນດາຫົວໜ້າ/ຮອງຫົວໜ້າຂະແໜງການສະພາປະຊາຊົນແຂວງຄຳມ່ວນ ແລະ ຫ້ອງວ່າການແຂວງ ເຂົ້າຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້: ເພື່ອເປັນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມລະຫວ່າງ ຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າໃຫ້ໄດ້ຮັບຜົນດີຂຶ້ນ ແລະ ທັງຮັບປະກັນການປະຕິບັດຕາມພາລະບົດ, ສິດ ແລະໜ້າທີ່ ຂອງແຕ່ລະພາກສ່ວນມີຄວາມສອດຄ່ອງ ແລະ ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນນິຕິກຳໃຕ້ກົດໝາຍ.

ກອງປະຊຸມ, ໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມ ລະຫວ່າງຄະນະເລຂາທິການ ສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳປີ 2025; ເຜີຍແຜ່ ມະຕິ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການ ສະພາປະຊາຊົນແຂວງຄຳມ່ວນ ສະບັບເລກທີ 289/ຄປຈ.ສພຂ, ລົງວັນທີ 4 ຕຸລາ 2023; ແລະ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງຫ້ອງວ່າການແຂວງຄຳມ່ວນ ສະບັບເລກທີ 1656/ຈຂ, ລົງວັນທີ 5 ຕຸລາ 2022, ພ້ອມກັນນີ້, ກອງປະຊຸມໄດ້ຜ່ານຮ່າງບົດບັນທຶກກອງປະຊຸມຮ່ວມລະຫວ່າງ ຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ແລະ ກອງປະຊຸມຄັ້ງນີ້ໄດ້ດໍາເນີນດ້ວຍຄວາມຮັບຜິດຊອບສູງ, ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນປຶກສາຫາລື, ແລກປ່ຽນຄຳເຫັນຄຳເຫັນ, ຢ່າງກົງໄປກົງມາ ແລະ ມີຄວາມເປັນເອກະພາບສູງຕໍ່ບັນດາເນື້ອໃນບົດບັນທຶກຮ່ວມເພື່ອເປັນບ່ອນອີງໃຫ້ແຕ່ລະພາກສ່ວນກໍ່ຄື ຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ແລະ ຫ້ອງວ່າການແຂວງ ນຳໄປຈັດຕັ້ງຜັນຂະຫຍາຍປະຕິບັດແຜນວຽກປະຈຳປີ 2025ໃຫ້ມີຜົນສຳເລັດ.

ກອງປະຊຸມໄດ້ເຫັນດີເປັນເອກະພາບມອບໃຫ້ຫ້ອງວ່າການແຂວງຄຳມ່ວນ ເປັນເຈົ້າພາບໃນການກະກຽມ ແລະ ດຳເນີນກອງປະຊຸມຮ່ວມລະຫວ່າງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ປະຈຳປີ 2025 ; ຈາກນັ້ນ, ກໍໄດ້ລົງລາຍເຊັນຢັ້ງຢືນຮ່ວມກັນ ແລະ ກອງປະຊຸມໄດ້ອັດລົງໃນຕອນບ່າຍຂອງວັນດຽວກັນດ້ວຍຜົນສຳເລັດເປັນຢ່າງດີ.

ໂອກາດທີ່ຈັດກອງປະຊຸມຮ່ວມ ປະຈຳປີ 2024. ຄັ້ງນີ້ໄດ້ສ້າງກິດຈະກຳກິລາ ບານເຕະ ເພື່ອຊົມເຊີນຜົນສຳເລັດກອງປະຊຸມຮ່ວມ ລະຫວ່າງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ກັບ ຫ້ອງວ່າການແຂວງຄຳມ່ວນ ແລະສ້າງຂະບວນການຮັດແໜ້ນຄວາມສາມັກຄີຮັກແພງ, ສະເຫຼີມສະຫຼອງວັນສຳຄັນຂອງພັກ ແລະ ຂອງຊາດ ໃຫ້ເປັນຂະບວນຟົດຟື້ນ.

ໂດຍ: ເອື້ອ ມະໂນສິງ