ກອງປະຊຸມຮ່ວມປຶກສາຫາລື ແລະ ເອກະພາບກ່ຽວກັບເນື້ອໃນທີ່ຈະນຳເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອທີ7 ຂອງສະພາປະຊາຊົນແຂວງ

ມ.ຖ. 25, 2024

ກອງປະຊຸມຮ່ວມລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ເພື່ອປຶກສາຫາລື ແລະ ເອກະພາບກ່ຽວກັບເນື້ອໃນທີ່ຈະນຳເຂົ້າພິຈາລະນາ, ຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ7 ຂອງສະພາປະຊາຊົນແຂວງຫລວງນ້ຳທາຊຸດທີII ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການເປັນປະທານຂອງທ່ານ ນາງ ອຸ່ນຫລ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ມີບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າພະແນການ, ​ອົງການລັດທຽບເທົ່າແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງເປີດກອງປະຊຸມຮ່ວມຄັ້ງນີ້ ເພື່ອປຶກສາຫາລື ແລະ ເອກະພາບກັນບັນດາເນື້ອໃນຕ່າງໆ ທີ່ຈະນຳເຂົ້າພິຈາລະນາ, ຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ5 ຂອງສະພາປະຊາຊົນແຂວງຊຸດທີII ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້; ວາລະດຽວກັນບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ບັນດາພະແນກການ, ອົງການລັດທຽບເທົ່າຂອງແຂວງ ທີ່ກ່ຽວຂ້ອງ ໄດ້ປະກອບຄຳຄິດເຫັນຕໍ່ກັບສະພາບການກະກຽມບັນດາເນື້ອໃນຕາມຄວາມຮັບຜິດຊອບຂອງຕົນ ເປັນຕົ້ນ ບົດລາຍງານຫຍໍ້ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຫົກເດືອນຕົ້ນປີ2024 ຂອງແຂວງ ແລະ ບັນດາບົດລາຍງານຂອງພະແນກການ, ອົງການລັດທຽບເທົ່າຂອງແຂວງ ຫົກເດືອນຕົ້ນປີຂອງຕົນ ທີ່ຈະນຳເຂົ້າພິຈາລະນາ, ຮັບຮອງ ໃນກອງປະຊຸມສະພາປະຊາຊົນແຂວງທີ່ຈະໄຂຂື້ນໃນຕໍ່ໜ້າ ທັງນີ້ເພື່ອຄວາມເປັນເອກະພາບກັນລະຫວ່າງສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ແລະ ກະກຽມຄວາມພ້ອມບັນດາເນື້ອໃນໃຫ້ມີຄວາມຖຶກຕ້ອງສົມບຸນ, ຮັດກຸມ ແລະ ສໍາເລັດທວງທັນກັບເວລາຕາມຄາດໝາຍ.

ຕອນທ້າຍທ່ານ ນາງ ອຸ່ນຫລ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ຍັງມີຄຳເຫັນຊີ້ນຳ ກ່ອນອື່ນໃຫ້ບັນດາທ່ານທີ່ສັງກັດໃນອານຸກຳມະການເນື້ອໃນຂອງແຕ່ລະພາກສ່ວນ ເປັນເຈົ້າການກະກຽມບັນດາເນື້ອໃນຕ່າງໆບົດລາຍງານຂອງຕົນໃຫ້ສຳເລັດ ແລະ ໃຫ້ມີຄຸນນະພາບທີ່ສຸດ ເພື່ອຮັບປະກັນຄວາມພ້ອມທີ່ຈະນຳເຂົ້າພິຈາລະນາ, ຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ່7 ຂອງສະພາປະຊາຊົນຊຸດທີII ໃຫ້ທັນກັບເວລາທີ່ກໍານົດໄວ້.

ພາບຂ່າວ ວັນນີ ແຝງບົວວັນ