ກອງປະຊຸມຮ່ວມກັບອົງການປົກຄອງ ແລະ ບັນດາພະແນກການ ເພື່ອກະກຽມບັນດາເນື້ອໃນ ທີ່ຈະນໍາເຂົ້າພິຈາລະນາ, ຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 04 ຂອງສະພາປະຊາຊົນແຂວງ ຊຸດທີ II

ທ.ວ. 1, 2022

ເພື່ອເຮັດໃຫ້ການດໍາເນີນກອງປະຊຸມ ສະໄໝສາມັນ ເທື່ອທີ 04 ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຊຸດທີ II ທີ່ຈະຈັດຂຶ້ນໃນມໍ່ໆນີ້ ດຳເນີນໄປໃຫ້ຖືກຕ້ອງຕາມວາລະ ແລະ ມີເນື້ອໃນຄົບຖ້ວນ, ດັ່ງນັ້ນໃນຕອນເຊົ້າວັນທີ 30 ພະຈິກ 2022 ທີ່ຜ່ານມາ ອົງການປົກຄອງແຂວງ ສະຫວັນນະເຂດ ຮ່ວມກັບສະພາປະຊາຊົນແຂວງ ແລະ ບັນດາພະແນກການຕ່າງໆອ້ອມຂ້າງແຂວງໄດ້ຈັດກອງປະຊຸມເພື່ອ ປຶກສາຫາລື ແລະ ກະກຽມເນື້ອໃນຕ່າງໆ ທີ່ຈະນໍາເຂົ້າລາຍງານຕໍ່ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຊຸດທີ II. ໂດຍການເປັນປະທານຮ່ວມກັນຂອງທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ສ.ຂ ແລະ ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ມີທ່ານ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານປະທານ, ຮອງປະທານຄະນະກໍາມະການ, ຫົວໜ້າ,ຄະນະພະແນກການ-ກົມກອງອ້ອມຂ້າງແຂວງ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ໄດ້ກ່າວຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ພ້ອມທັງໄດ້ມີຄໍາຖາມເຈາະຈິ້ມເພື່ອແນະນໍາໃຫ້ບັນດາພະແນກການ,ອົງການທີກ່ຽວຂ້ອງໄດ້ກະກຽມບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 04 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ພ້ອມທັງປຶກສາຫາລືແລກປ່ຽນ ປະກອບຄໍາຄິດ, ຄໍາເຫັນເພື່ອເອກະພາບດ້ານເນື້ອໃນລະອຽດດັ່ງນີ້:

  1. ວຽກອົງການປົກຄອງແຂວງ ( ມີ 3 ເນື້ອໃນ )

1.1. ພິຈາລະນາ ແລະ ຮັບຮອງເອົາ ບົດ​ລາຍ​ງານທ່ານ​ເຈົ້າ​ແຂວງໆ​ສະຫວັນ​ນະ​ເຂດ ກ່ຽວ​ກັບ ສະພາບການຈັດຕັ້ງປະຕິບັດແຜນ​ພັດທະນາ​ເສດຖະກິດ​-ສັງຄົມ, ແຜນ​ງົບປະມານ​ແຫ່ງ​ລັດຂອງແຂວງ ປະຈຳປີ 2022 ແລະ ທິດທາງແຜນ​ການ ປະຈໍາປີ 2023;

1.2. ຮັບຟັງການ​ລາຍ​ງານ ​ຈາກຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວ​ກັບ ການ​ຈັດຕັ້ງ​ປະຕິບັດ  ແຜ​ນພັດທະນາ​ເສດຖະກິດ-ສັງຄົມຂອງແຂວງ ປະຈຳປີ 2022 ແລະ ທິດທາງແຜນ​ການ ປະຈໍາປີ 2023;

1.3. ຮັບຟັງການ​ລາຍ​ງານ​ ຈາກຫົວໜ້າພະແນກການເງິນແຂວງ ກ່ຽວ​ກັບ ການ​ຈັດຕັ້ງ​ປະຕິບັດ​ແຜນງົບປະມານແຫ່ງລັດ ປະຈຳປີ 2022, ທິດທາງແຜນ​ການ ປະຈໍາປີ 2023 ແລະ ການຄຸ້ມຄອງຊັບສິນລັດ ພາຍໃນແຂວງສະຫວັນນະເຂດ.

  1. ວຽກອົງການກວດສອບ ປະຈໍາພາກກາງ ແລະ ອົງການກວດກາລັດແຂວງ ( ມີ 2 ເນື້ອໃນ )

2.1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງອົງການກວດສອບ ປະຈໍາພາກກາງ ກ່ຽວກັບ ຜົນຂອງການກວດສອບຄືນ ແລະ ການສະຫຼຸບງົບປະມານຂາດຕົວ ປະຈໍາປີ 2021, ບົດສະຫຼຸບການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023;

2.2. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງອົງການກວດກາລັດແຂວງ ກ່ຽວກັບ ການຕິດຕາມກວດກາແກ້ໄຂຜົນການກວດສອບ ປີ 2021, ບົດສະຫຼຸບການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023.

  1. 3. ວຽກການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ ( ມີ 3 ນິຕິກໍາ )

ພິຈາລະນາ, ຮັບຮອງເອົານິຕິກໍາທີ່ສໍາຄັນ ຂອງອົງການປົກຄອງແຂວງ ຄື:

– ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການຄຸ້ມຄອງການຂົນສົ່ງທາງບົກພາຍໃນ ແຂວງສະຫວັນນະເຂດ ( ພະແນກໂຍທາທິການ ແລະ ຂົນສົ່ງແຂວງ );

– ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການຄຸ້ມຄອງຂີ້ເຫຍື້ອພາຍໃນແຂວງ ສະຫວັນນະເຂດ ( ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ );

– ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອັກຄີໄພພາຍໃນ ແຂວງສະຫວັນນະເຂດ ( ກອງບັນຊາການ ປກສ ແຂວງ ).

  1. 4. ວຽກອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ( ມີ 2 ເນື້ອໃນ )

4.1. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023;

4.2. ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງສານປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດການ ເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023.

  1. 5. ວຽກງານຂອງສະພາປະຊາຊົນແຂວງ ( ມີ 2 ເນື້ອໃນ )

5.1. ພິຈາລະນາ ແລະ ຮັບຮອງເອົາການບົດລາຍງານ ຂອງສະພາປະຊາຊົນແຂວງ ຊຸດທີ II ກ່ຽວກັບ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023;

5.2. ຮັບຟັງບົດປະກອບຄໍາເຫັນ ຂອງອົງການແນວລາວສ້າງຊາດແຂວງ ກ່ຽວກັບ ການປະຕິບັດໜ້າທີ່ຂອງສະພາປະຊາຊົນແຂວງ.

  1. 6. ວຽກບຸກຄະລາກອນ

ພິຈາລະນາ, ຮັບຮອງບຸກຄະລາກອນຂອງອົງການໄອຍະການປະຊາຊົນແຂວງ.

ຫຼັງຈາກນັ້ນ ທ່ານປະທານກອງປະຊຸມກໍ່ໄດ້ສະຫຼຸບ, ຕີລາຄາ ແລະ ມີທິດຊີ້ນໍາ ພ້ອມທັງກໍານົດເອົາ ວັນທີ 24 ຫາ 27 ມັງກອນ 2023 ດໍາ​ເນີນກອງ​ປະຊຸມສະໄໝສາມັນ ເທື່ອທີ 4 ຂອງ​ສະພາ​ປະຊາຊົນ​ແຂວງ ຊຸດ​ທີ II ທີ່ຫໍວັດທະນະທໍາ ໄກສອນພົມວິຫານ (ຄາດຄະເນ 4 ວັນ ຖ້ານິຕິກໍາທັງ 3 ສະບັບ ນໍາເຂົ້າພິຈາລະນາທັນຕາມກໍານົດເວລາ);