loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສໍາມະນາວຽກງານ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ.

​ພ.ຈ. 28, 2023 | ເຂດ 4 ອຸດົມໄຊ

ຕອນເຊົ້າຂອງວັນສຸກ, ວັນທີ 24 ພະຈິກ 2023 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຮຸນ ແຂວງອຸດົມໄຊ, ສະພາປະຊາຊົນແຂວງ (ສພຂ) ໄດ້ຈັດກອງປະຊຸມສໍາມະນາວຽກງານ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ໂດຍການເປັນປະທານຂອງທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາ ຊົນແຂວງ, ຜູ້ຊີ້ນໍາວຽກງານ ວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ມີທ່ານ ຄໍາມະນີ ໄຊດວງຕາ ປະທານຄະນະກຳມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ຄະນະປະຈໍາສະພາປະຊາຊົນແຂວງ, ບັນດາທ່ານກໍາມະການທີ່ສັງກັດຢູ່ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ພະແນກການ, ອົງການ ຂົງເຂດວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ຫົວໜ້າຫ້ອງການກ່ຽວຂ້ອງຂອງເມືອງຮຸນ, ຄະນະຮັບຊອບຈາກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ເພື່ອເປັນການຈັດຕັ້ງເຊື່ອມຊຶມພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ໃຫ້ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານຫຼັກແຫຼ່ງໃຫ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານດີຂຶ້ນກວ່າເກົ່າ; ຮັບປະກັນໃຫ້ສະມາຊິກສະພາປະຊາຊົນ ແລະ ພະນັກງານກຳໄດ້ພາລະບົດບາດ ຂອງຄະນະກຳມະການວັດທະນະທຳ – ສັງຄົມ ແລະ ບັນດາເຜົ່າ, ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການປະສານງານ ລະຫວ່າງສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງ ຂົງເຂດວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ.
  
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ; ບົດຮຽນກ່ຽວກັບ ການຕິດຕາມກວດກາ; ການປະສານງານລະຫວ່າງ ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ກັບ ພະແນກການ, ອົງການ ແລະ ໄດ້ຮັບຟັງການສະເໜີບົດຮຽນການຈັດຕັ້ງ ປະຕິບັດຄາດໝາຍສູ້ຊົນຂົງເຂດສຶກສາທິການ ແລະ ກິລາແຂວງ ໃນປີ 2023; ບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຊົນເຜົ່າ ພາຍໃນແຂວງ ແລະ ບົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານສາສະໜາ ພາຍໃນແຂວງ.
  
ປະທານກອງປະຊຸມ ຍັງໄດ້ມີຄໍາເຫັນ, ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງຕາມສິດ ແລະ ໜ້າທີ່ ຂອງຕົນໃນການປະກອບຄໍາຄິດຄໍາເຫັນໃສ່ບັນດາເນື້ອໃນຕາມການສະເໜີ ແລະ ເຈາະຈີ້ມຂອງຄະນະຮັບຜິດຊອບ ແລະ ບັນຫາອື່ນໆ, ກອງປະຊຸມຈະໃຊ້ເວລາຢູ່ 1 ວັນ, ເຖິງຈະໃຊ້ເວລາໜ້ອຍກໍ່ຕາມ, ຄາດວ່າຈະກາຍເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ເຊິ່ງຈະຍົກສູງຄຸນນະພາບການປະສານງານ, ການຮ່ວມມື ແລະ ເປັນບົດຮຽນທີ່ລໍ້າຄ່າ ໃຫ້ແກ່ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ຮ່ວມມືກັບພະແນກການ, ອົງການໃນການຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສໍາເລັດສູງຂື້ນເລື້ອຍໆ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.
ສະໝັບສະໜູນໂດຍ: ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ(STEPS).