loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສ້າງຄວາມເປັນເອກະພາບໃນການກະກຽມບັນດາເນື້ອໃນທີ່ຈະນໍາເຂົ້າໃນກອງປະຊຸມສະໄໜສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II.

​ກ.ກ. 10, 2024 | ເຂດ 10 ວຽງຈັນ

ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2024 ສະພາປະຊາຊົນແຂວງວຽງຈັນ ໄດ້ເປີດກອງປະຊຸມ ສ້າງຄວາມເປັນເອກະພາບໃນການກະກຽມບັນດາເນື້ອໃນທີ່ນໍາເຂົ້າພິຈາລະນາ, ຮັບຮອງໃນກອງປະຊຸມສະໄໜສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ເຊິ່ງຈະໄດ້ໄຂຂຶ້ນໃນທ້າຍເດືອນ ກໍລະກົດ 2024 ນີ້ ໂດຍການເປັນປະທານ ຂອງທ່ານ ລໍາໄມ ກູດລາວົງ ຮອງປະທານສະພາປະຊາຊົນແຂວງ ເຂົ້າຮ່ວມມີ ຮອງເລຂາທິການ, ພະແນກການກ່ຽວຂ້ອງຂອງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານເສນາທິການຊ່ວຍວຽກທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງເພື່ອສ້າງຄວາມເປັນເອກະພາບ ແລະ ມອບຄວາມຮັບຜິດຊອບທາງດ້ານເນື້ອໃນໃຫ້ມີຄວາມຄົບຖ້ວນ ແລະ ທັນກັບກໍານົດເວລາ.

(ພາບ-ຂ່າວ ບູລາຕີ ແສນທະວົງ)