loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສ້າງຄວາມເປັນເອກະພາບໃນການກະກຽມບັນດາເນື້ອໃນທີ່ຈະນໍາເຂົ້າໃນກອງປະຊຸມສະໄໜສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II.

​ພ.ຈ. 16, 2023 | ເຂດ 10 ວຽງຈັນ

ວັນທີ 13 ພະຈິກ 2023 ສະພາປະຊາຊົນແຂວງວຽງຈັນ ໄດ້ເປີດກອງປະຊຸມ ສ້າງຄວາມເປັນເອກະພາບໃນການກະກຽມບັນດາເນື້ອໃນທີ່ນໍາເຂົ້າພິຈາລະນາ, ຮັບຮອງໃນກອງປະຊຸມສະໄໜສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ເຊິ່ງຈະໄດ້ໄຂຂຶ້ນໃນທ້າຍເດືອນ ທັນວາ 2023ນີ້ ໂດຍການເປັນປະທານ ຂອງທ່ານ ນາງຈັນທະຄອນ ສີອໍາພອນ  ຮອງປະທານສະພາປະຊາຊົນແຂວງ ເຂົ້າຮ່ວມມີ ຮອງເລຂາທິການ, ພະແນກການກ່ຽວຂ້ອງຂອງແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານເສນາທິການຊ່ວຍວຽກທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງເພື່ອສ້າງຄວາມເປັນເອກະພາບ ແລະ ມອບຄວາມຮັບຜິດຊອບທາງດ້ານເນື້ອໃນໃຫ້ມີຄວາມຄົບຖ້ວນ ແລະ ທັນກັບກໍານົດເວລາ.

(ພາບ-ຂ່າວ ບູລາຕີ ແສນທະວົງ)