ກອງປະຊຸມສ່ອງແສງວຽກງານ ຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ.

​ກ.ກ. 22, 2025

ໂດຍປະຕິບັດຕາມມະຕິ ວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວວຽກງານຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ (ສະບັບປັບປຸງ) ເລກທີ 289/ຄປຈ.ສພຂ, ລົງວັນທີ 04 ຕຸລາ 2023; ໃນຕອນເຊົ້າຂອງວັນອັງຄານ, ວັນທີ 22 ກໍລະກົດ 2025 ນີ້, ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ດຳເນີນກອງປະຊຸມສ່ອງແສງວຽກງານ ຄະນະເລຂາທິການ ສະພາປະຊາຊົນແຂວງຄໍາມ່ວນ, ໂດຍການເປັນປະທານຂອງ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ເຂົ້າຮ່ວມມີ ຮອງຄະນະເລຂາທິການ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງພາຍໃນສະພາປະຊາຊົນແຂວງຄຳມ່ວນເຂົ້າຮ່ວມ ທັງ 10 ຂະແໜງການ.
   
ຈຸດປະສົງ: ຂອງກອງປະຊຸມຄັ້ງນີ້: ແມ່ນເພື່ອຮັບຟັງການລາຍງານຜົນການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວວຽກງານ ປະຈຳອາທິດຕໍ່ໄປ ຂອງເດືອນ ກໍລະກົດ ນີ້, ຂອງບັນດາຂະແໜງການທີ່ຂຶ້ນກັບ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ແລະ ຂະແໜງສັງກັດຄະນະກຳມະການ, ນອກນັ້ນ, ກອງປະຊຸມໄດ້ຈັດພິທີ, ມອບ-ຮັບ ວຽກງານພາຍໃນຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ໃນພິທີໄດ້ຜ່ານບົດບັນທຶກການມອບ-ຮັບ ລະຫວ່າງຜູ້ຊີ້ນຳວຽກງານ ບໍລິຫານ ແລະ ການເງິນ (ຜູ້ເກົ່າ ແລະ ຜູ້ໃໝ່); ຜູ້ຊີ້ນຳວຽກງານຄົ້ນຄວ້າ, ສັງລວມ ແລະ ຂໍ້ມູນຂ່າວສານ (ຜູ້ເກົ່າ ແລະ ຜູ້ໃໝ່); ຈາກນັ້ນ, ກໍໄດ້ມີພິທີລົງນາມເຊັນບົດບັນທຶກມອບ-ຮັບ ວຽກງານດັ່ງກ່າວ; ໂດຍການຮ່ວມເປັນສັກຂີພະຍານຈາກທ່ານ ເລຂາທິການສະພາປະຊາຊົນຂັ້ນແຂວງ, ບັນທ່ານໃນຄະນະເລຂາທິການສະພາປະຊາຊົນຂັ້ນແຂວງ ແລະ ຫົວໜ້າ/ຮອງຫົວໜ້າຂະແໜງ.
ຕອນທ້າຍ ທ່ານ ສະເຫຼີກສັກ ແກ້ວຈັນທະລາ ປະທານກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ໄດ້ມີຄໍາເຫັນ -ໃຫ້ທິດຊີ້ນຳເປັນຕົ້ນ: ໃນຄວາມເປັນເອກະພາບຮັບຮອງເອົາບັນດາໜ້າວຽກທີ່ຈະໄດ້ຈັດຕັ້ງປະຕິບັດໃນອາທິດຕໍ່ໄປ, ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນ ບັນດາທ່ານທີໄດ້ຮັບໜ້າທີ່ໃໝ່ ຮີບຮ້ອນວາງແຜນການເພື່ອສືບ ຕໍ່ນໍາພາ-ຊີ້ນໍາການເຄື່ອນໄຫວວຽກງານໃຫ້ດໍາເນີນໄປເປັນປົກກະຕິ, ດໍາເນີນກອງປະຊຸມວຽກງານພາຍໃນຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ຮຽກຮ້ອງໃຫ້ບັນດາຂະແໜງການ, ກໍຄືພະນັກງານ-ລັດຖະກອນໃນຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ຈົ່ງໄດ້ເພີ່ມທະວີີຄວາມສາມັກຄີເປັນຈິດໜຶ່ງໃຈດຽວພ້ອມກັບ ຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ຜູ້ຊີ້ນຳວຽກງານແຕ່ລະຂົງເຂດ, ບຸກບືນສູ້ຊົນຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສໍາເລັດອັນໃໝ່, ມີຄຸນນະພາບ ແລະ ວ່ອງໄວທັນເວລາ; ເອົາໃຈໃສ່ເປັນໃຈກາງປະສານສົມທົບ ແລະ ຕິດຕາມຊຸກຍູ້ບັນດາຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ກະກຽມດ້ານເນື້ອໃນໃຫ້ແກ່ ການດໍາເນີນກອງປະຊຸມສະພາປະຊາຊົນຂັ້ນແຂວງ, ກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; ເອົາໃຈໃສ່ສືບຕໍ່ການບໍາລຸງຍົກລະດັບວິຊາການດ້ານຕ່າງໆ ໃຫ້ແກ່ພະນັກງານ-ລັດຖະກອນຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງຄຳມ່ວນ ມີປະສິດທິຜົນ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.