loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສຳມະນາເຜີຍແຜ່ສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ ສປປ ລາວ ເປັນພາຄີ ໃຫ້ແກ່ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ບັນດາອົງການປົກຄອງຂັ້ນເມືອງ.

ທ.ວ. 29, 2023 | ເຂດ 12 ຄຳມ່ວນ

    ໃນລະຫວ່າງວັນທີ 25-27 ທັນວາ 2023 ທີ່ ເມືອງບົວລະພາ ແຂວງຄໍາມ່ວນ, ກົມພົວພົວພັນລັດຖະສະພາສອງຝ່າຍ ແລະ ກົມພົວພັນລັດຖະສະພາຫຼາຍຝ່າຍ ກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຮ່ວມກັບ ກົມສົນທິສັນຍາ ແລະ ກົດໝາຍກະຊວງການຕ່າງປະເທດ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຂອງຄູ່ຮ່ວມພັດທະນາສາກົນພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (STEPS) ໄດ້ເປີດກອງປະຊຸມສໍາມະນາ ເຜີຍແຜ່ສົນທິສັນຍາດ້ານສິດທິມະນຸດ ທີ່ ສປປ ລາວ ເປັນພາຄີ ໃຫ້ແກ່ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ບັນດາອົງການປົກຄອງຂັ້ນເມືອງ ໂດຍການເປັນປະທານຮ່ວມ ຂອງທ່ານ ເພັດລາ ທັນທະວົງສາ, ຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ ກຳມາທິການການຕ່າງປະເທດ ສະພາແຫງ່ຊາດ ແລະ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ກອງປະຊຸມຄັ້ງນີ້ມີນັກວິທະຍາກອນ ຈາກກົມຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ, ຄະນະກົມ ແລະ ຄະນະພະແນກຈາກກົມສົນທິສັນຍາ ແລະ ກົດໝາຍ ກະຊວງການຕ່າງປະເທດ, ຜູ້ຕາງໜ້າຈາກກົມພົວພັນລັດຖະສະພາຫຼາຍຝ່າຍ, ກຳມາທິການການຕ່າງປະເທດ ແລະ ມີຜູ້ເຂົ້າຮ່ວມຈາກສະພາປະຊາຊົນແຂວງຄຳມ່ວນ, ສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈຳເຂດເລືອກຕັ້ງ10 ເມືອງ ຂອງແຂວງຄຳມ່ວນ, ເລຂາທິການສະພາປະຊາຊົນແຂວງຄຳມ່ວນ, ບັນດາຜູ້ຕາງໜ້າຈາກສຳນັກງານປົກຄອງເມືອງບົວລະພາ ແລະ ບັນດາຄະນະພະແນກ, ວິຊາການ ທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ສະພາປະຊາຊົນແຂວງຄຳມ່ວນ ເຂົ້າຮ່ວມ ທັງໝົດມີ 57 ທ່ານ.
   ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເປັນການ ເຜີຍແຜ່ , ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການເຄື່ອນໄຫວວຽກງານສິດທິມະນຸດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ລວມທັງການຈັດຕັ້ງປະຕິບັດພັນທະຕ່າງໆ ພາຍໃຕ້ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ, ວຽກງານການຄຸ້ມຄອງສາດສະໜາ ຢູ່ ສປປ ລາວ ຊຶ່ງເປັນວຽກງານໜຶ່ງຕິດພັນວຽກງານສິດທິມະນຸດ ແລະ ພາລະບົດບາດຂອງກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຕໍ່ວຽກງານການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຂົງເຂດການຕ່າງປະເທດ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາສາກົນດ້ານສິດທິມະນຸດ ໃຫ້ແກ່ບັນດາ ສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ແລະ ຕາງໜ້າຈາກອົງການປົກຄອງເມືອງ ທີ່ເຂົ້າຮ່ວມກອງປະຊຸມ ເພື່ອເຂົ້າໃຈແຈ້ງຂຶ້ນຕື່ມ, ເປັນບ່ອນອີງ ແລະ ຄໍານຶງເຖິງ ໃນການປະຕິບັດໜ້າທີ່ວຽກງານຂອງຕົນ.
ໃນກອງປະຊຸມບັນດາທ່ານຜູ້ແທນເຂົ້າຮ່ວມກອງປະຊຸມກໍ່ໄດ້ມີການຄົ້ນຄວ້າລະດົມແນວຄວາມຄິດປະກອບຄຳຄິດຄຳເຫັນສົນທະນາ ແລະ ແລກປ່ຽນ ຕໍ່ບັນດາເນື້ອໃນທີ່ນັກວິທະຍາກອນ ໄດ້ນຳມາສະເໜີ ຢ່າງມີຈຸດສຸມ ແລະ ກົງໄປກົງມາ ແລະ ຢ່າງເປັນຂະບວນຟົດຟື້ນ.
     ໃນຕອນທ້າຍກອງປະຊຸມ, ຄະນະປະທານຮ່ວມກອງປະຊຸມໄດ້ຕີລາຄາສູງ ຕໍ່ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ຮັບຮູ້ຫຼາຍບັນຫາທີ່ສຳຄັນ ເປັນຕົ້ນ: ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສົນທິສັນຍາສາກົນ, ຄວາມຮູ້ພື້ນຖານດ້ານສິດທິມະນຸດ ແລະ ການເຄື່ອນໄຫວວຽກງານສິດທິມະນຸດ, ວຽກງານການຄຸ້ມຄອງສາສະໜາ ຂອງ ສປປ ລາວ, ພາລະບົດບາດ ຂອງກຳມາທິການການຕ່າງປະເທດ ສະພາແຫ່ງຊາດ ຕໍ່ວຽກງານການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍເຂດການຕ່າງປະເທດ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດ ພັນທະພາຍໃຕ້ສົນທິສັນຍາສາກົນດ້ານສິດທິມະນຸດ.
ໂດຍ: ນາງ ຖຸດາວັນ ແສງອາລຸນ