ກອງປະຊຸມສຳມະນາວຽກງານການສ້າງ, ປັບປຸງ, ໂຄສະນາເຜີຍແຜ່ກົດໝາຍ, ນິຕິກຳໃຕ້ກົດໝາຍ ແລະການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ.

ມ.ສ. 25, 2025 | ເຂດ 12 ຄຳມ່ວນ

ເພື່ອຊຸກຍູ້ວຽກງານ ການສ້າງ, ການປັບປຸງ,​ ການຈັດຕັ້ງປະຕິບັດ, ການປະເມີນ ແລະຕິດຕາມກວດກາການປະເມີນນິຕິກຳໃຕ້ກົດໝາຍຂອງອົງການປົກຄອງຂັ້ນແຂວງ ແລະ ອົງການທຽບເທົ່າ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ານນິຕິບັນຍັດ,​ ດ້ານນິຕິກຳຂອງສະພາປະຊາຊົນຂັ້ນແຂວງ.  ໃນລະຫວ່າງວັນທີ 23-25 ເມສາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ດຳເນີນກອງປະຊຸມສຳມະນາກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ, ການໂຄສະນາເຜີຍແຜ່, ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ, ໂດຍການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມ ໂດຍ ທ່ານ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ທັງເປັນນັກວິທະຍາກອນ , ມີຮອງປະທານສະພາປະຊາຊົນຂັ້ນແຂວງ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ນັກວິທະຍາກອນຈາກສູນກາງ/ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 59 ທ່ານ, ຍິງ 11ທ່ານ.

ທ່ານ ອຳໄພ ຈິດມານົນ ຮອງປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ທັງເປັນນັກວິທະຍາກອນ

ກອງປະຊຸມຕະຫຼອດ 3 ວັນຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີເນື້ອໃນເອກະສານຈຳນວນ 10 ບົດຄື: ບົດຮຽນການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍຂອງແຂວງ; ສ້າງ ແລະ ປັບປຸງ ຂໍ້ຕົກລົງເຈົ້າແຂວງ ໄລຍະຜ່ານມາ; ຄູ່ມືກ່ຽວກັບການສ້າງຂໍ້ຕົກລົງຂອງເຈົ້າແຂວງ; ການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍ ໃນໄລຍະຜ່ານມາ ແລະ ຜ່ານດຳລັດ ຂອງລັດຖະບານ ສະບັບເລກທີ 562/ລບ, ລົງວັນທີ 6 ພະຈິກ 2020; ການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ເຕັກນິກການສ້າງບົດໂຄສະນາ ແລະ ການເລືອກເຟັ້ນເນື້ອໃນທີ່ຈະໂຄສະນາຂອງສະພາແຫ່ງຊາດ; ການຕິດຕາມກວດກາ ການປະເມີນ ການຈັດຕັ້ງປະຕິບັດກົດໝາຍຂອງສະພາແຫ່ງຊາດ; ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ແລະ ທິດທາງແຜນການໃນຕໍ່ໜ້າ; ຄຳແນະນໍາ ຄູ່ມື ວ່າດ້ວຍການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ,ການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ; ການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ-ນຳໃຊ້ທີ່ດິນກະສິກຳ ຢູ່ແຂວງຄຳມ່ວນ ສະບັບເລກທີ 333/ຈຂ.ຄມ, ລົງວັນທີ 3 ມີນາ 2020; ບົດລາຍງານ ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ສະບັບເລກທີ 333/ຈຂ.ຄມ, ລົງວັນທີ 3 ມີນາ 2020 ແລະ ການກຳນົດຫົວຂໍ້ນິຕິກຳເພື່ອສະເໜີເຂົ້າແຜນການສ້າງ, ປັບປຸງ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຕ່ປີ 2026-2030; ຈາກນັ້ນ ບັນດາຜູ້ແທນໃນທີ່ປະຊຸມກໍ່ໄດ້ມີການປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ພ້ອມກັນນັ້ນ, ຍັງໄດ້ຈັດແບ່ງກຸ່ມຄົ້ນຄວ້າເພື່ອຍົກສູງຄວາມຮັບຜິດຊອບໂດຍສຸມໃສ່ການຕັ້ງຄຳຖາມສົນທະນາແລກປ່ຽນໃນແຕ່ລະຫົວຂໍ້ເຊິ່ງ ອັນໄດ້ເຮັດໃຫ້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຫຼາຍຂຶ້ນ.

ໂອກາດດັ່ງກ່າວ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມີຄຳເຫັນວ່າ: ກອງປະຊຸມສຳມະນາຄັ້ງນີ້ແມ່ນການຖ່າຍທອດທັກສະຄວາມຮູ້, ຄວາມສາມາດປະສົບການຕ່າງໆດ້ານນິຕິກຳຂອງບັນດາທ່ານວິທະຍາກອນ, ພ້ອມທັງໄດ້ເນັ້ນໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການສ້າງ,​ ປັບປຸງນິຕິກຳໃຕ້ກົດໝາຍຜັນຂະຫຍາຍເນື້ອໃນຈິດໃຈຕາມແຜນທີ່ວ່າງໄວ້, ເຊື່ອໝັ້ນວ່າ ບັນດາທ່ານທີ່ເຂົ້າຮ່ວມຈະນໍາເອົາເນື້ອໃນຈິດໃຈ ແລະ ບົດຮຽນປະສົບການໃນການຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໃຫ້ມີຜົນເປັນຮູບປະທໍາໃນວຽກງານຕົວຈິງ ແລະ ເປັນປະໂຫຍດສູງສຸດ.

ໂດຍ: ເອື້ອ ມະໂນສິງ