loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສຳມະນາຍົກສູງຂີດຄວາມສາມາດທາງດ້ານ ນິຕິກຳໃຕ້ກົດໝາຍຂັ້ນແຂວງ.

ທ.ວ. 29, 2023 | ເຂດ 12 ຄຳມ່ວນ

ເພື່ອຊຸກຍູ້ໃຫ້ອົງການປົກຄອງຂັ້ນແຂວງໃນການຄົ້ນຄວ້າ ແລະ ຮັບປະກັນໃຫ້ແກ່ການສ້າງ, ການປັບປຸງ,​ ການຈັດຕັ້ງປະຕິບັດ, ການປະເມີນ ແລະ ການຕິດຕາມກວດກາການປະເມີນ ນິຕິກຳໃຕ້ກົດໝາຍ ຂອງອົງການລັດຂັ້ນແຂວງ,​ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ດ້ານນິຕິບັນຍັດ,​ ນິຕິກຳຂອງສະພາປະຊາຊົນຂັ້ນແຂວງ.

ໃນລະຫວ່າງວັນທີ 28-29 ທັນວາ 2023 ທີ່ເມືອງນາກາຍ, ແຂວງຄໍາມ່ວນ, ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມສຳມະນາ ການສ້າງ, ການປັບປຸງ,​ ການຈັດຕັ້ງປະຕິບັດ,​ ການປະເມີນ ແລະ ການຕິດຕາມກວດກາການປະເມີນ ນິຕິກຳໃຕ້ກົດໝາຍ ຂອງອົງການລັດຂັ້ນແຂວງ, ໂດຍການເປັນປະທານຂອງ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີຮອງປະທານສະພາປະຊາຊົນຂັ້ນແຂວງ, ບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງ 10 ຕົວເມືອງ, ບັນດາພະແນກການອ້ອມຂ້າງແຂວງ, ນັກວິທະຍາກອນຈາກສູນກາງ ແລະ ພະນັກງານເສນາທິການຊ່ວຍວຽກ ຂອງສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມທັງໝົດ 116  ທ່ານ, ຍິງ 43 ທ່ານ.

ກອງປະຊຸມ, ນັກສໍາມະນາກອນໄດ້ຮັບຟັງການເຜີຍແຜ່ກົດໝາຍ ວ່າດ້ວຍການສ້າງນິຕິກຳ ( ສະບັບປັບປຸງ ) ສະບັບເລກ 06/ສພຊ,​ ລົງວັນທີ 16 ພະຈິກ 2021; ຄູ່ມືການສ້າງນິຕິກຳໃຕ້ກົດໝາຍ; ການສ້າງບົດສະເໜີ ຮ່າງນິຕິກຳໃຕ້ກົດໝາຍ; ການສ້າງບົດປະເມີນຜົນກະທົບຮ່າງນິຕິກຳ; ການກວດກາຄວາມຖືກຕ້ອງ ຂອງຮ່າງນິຕິກຳໃຕ້ກົດໝາຍ; ຄໍາແນະນຳ ກ່ຽວກັບການສ້າງບົດວິພາກ ແລະ ຮ່າງນິຕິກຳ ຂອງກະຊວງພາຍໃນ ສະບັບເລກທີ 06/ພນ, ລົງວັນທີ 28 ຕຸລາ 2014 ແລະ ຄໍາແນະນຳ ກ່ຽວກັບການຈັດຕັ້ງປະຕິບັດດໍາລັດ ວ່າດ້ວຍເອກະສານທາງການ ສະບັບເລກທີ 02/ພນ,​ ລົງວັນທີ 05 ເມສາ 2016; ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ; ການປະເມີນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ; ເຜີຍແຜ່ມະຕິກອງປະຊຸມ ສະພາປະຊາຊົນແຂວງ ສະບັບເລກທີ 53, 54, 55/ສພຂ.ຄມ,​ ລົງວັນທີ 26 ຕຸລາ 2023 ວ່າດ້ວຍການຮັບຮອງເອົານິຕິກຳໃຕ້ກົດໝາຍ ຈໍານວນ 3 ສະບັບ; ຈາກນັ້ນ, ກອງປະຊຸມໄດ້ມີການຄົ້ນຄວ້າແລກປ່ຽນ, ບົດຮຽນເຊິ່ງກັນ ແລະກັນ ໃຫ້ມີເນື້ອໃນທີ່ໜັກແໜ້ນ, ພ້ອມກັນຍົກສູງຄວາມຮັບຜິດຊອບໂດຍສຸມໃສ່ການຕັ້ງຄໍາຖາມສົນທະນາແລກປ່ຽນແຕ່ລະຫົວຂໍ້ ອັນໄດ້ເຮັດໃຫ້ເຂົ້າສູ່ລວງເລິກ ແລະ ມີໝາກຜົນຫຼາຍຂຶ້ນ.

ໂອກາດດັ່ງກ່າວ, ທ່ານປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມີຄຳເຫັນວ່າ: ກອງປະຊຸມສຳມະນາຄັ້ງນີ້ແມ່ນການຖ່າຍທອດທັກສະຄວາມຮູ້, ຄວາມສາມາດປະສົບໃນດ້ານຕ່າງໆຂອງບັນດາທ່ານວິທະຍາກອນ ຈາກກະຊວງຍຸຕິທຳ, ກະຊວງພາຍໃນ, ສະພາແຫ່ງຊາດ; ພ້ອມຍັງໄດ້ເນັ້ນໃຫ້ຮູ້ຕື່ມອີກວ່າ: ເພື່ອເຮັດໃຫ້ການສ້າງ,​ ປັບປຸງນິຕິກຳໃຕ້ກົດໝາຍຜັນຂະຫຍາຍເນື້ອໃນຈິດໃຈຕາມແຜນທີ່ວ່າງໄວ້, ເຊື່ອໝັ້ນວ່າ ບັນດາທ່ານທີ່ເຂົ້າຮ່ວມຈະນໍາເອົາເນື້ອໃນ ແລະ ບົດຮຽນໃນການຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໃຫ້ມີຜົນເປັນຮູບປະທໍາໃນວຽກງານຕົວຈິງ ແລະ ເປັນປະໂຫຍດສູງສຸດ.ພ້ອມນັ້ນໂອກາດດຽວກັນ ທ່ານ ຍັງໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈຕໍ່ຜູ້ໃຫ້ທຶນຈັດກອງປະຊຸມສຳມະນາໃນເທື່ອນີ້ ເຊິ່ງໄດ້ຮັບການສະໜັບສະໜູນໂດຍ: ມູນລະນິທິເອເຊຍ ( TAF )

ໂດຍ: ເອື້ອ ມະໂນສິງ