
ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນ ແຂວງຄໍາມ່ວນ ຊຸດທີ II ໄດ້ສຳເລັດລົງພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 2 ວັນ, ນັບແຕ່ວັນທີ 23-24 ສິງຫາ 2022 ທີ່ສະໂມສອນຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ມີທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 12, ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແລະ ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍບັນດາການນໍາຂັ້ນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ຕະຫຼອດໄລຍະຂອງການດໍາເນີນກອງປະຊຸມເປັນເວລາ 2 ວັນ ເຊິ່ງເຕັມໄປດ້ວຍບັນຍາກາດອັນຟົດຟື້ນ ແຫ່ງການເສີມຂະຫຍາຍສິດປະຊາທິປະໄຕໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນທີ່ມີຫລັກສະນະສ້າງສັນ ແລະ ມີຄວາມເປັນເອກະພາບສູງ ຂອງບັນດາທ່ານສະມາຊິກສະພາປະຊາຊົນ ແຂວງຄໍາມ່ວນ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ພ້ອມກັບການປະກອບສ່ວນສໍາຄັນຂອງອໍານາດການປົກຄອງແຂວງ ບັນດາພະແນກການທີ່ກ່ຽວຂ້ອງທີ່ໄດ້ເປັນເຈົ້າການສະເໜີ, ຊີ້ແຈງ, ອະທິບາຍຕໍ່ກັບບັນຫາທີ່ຫລາຍພາກສ່ວນໃຫ້ຄວາມສົນໃຈຕໍ່ກອງປະຊຸມ ໄດ້ປະກອບສ່ວນເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນຫາເນື້ອໃນສໍາຄັນຂອງແຂວງ ເປັນຕົ້ນກອງປະຊຸມໄດ້ ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2022. ກອງປະຊຸມໄດ້ປະກາດຮັບຮອງເອົາ ສະຫາຍ ຂວັນຕາ ດວງລາຕີ ຮອງຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ເປັນຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຄໍາມ່ວນ ແລະ ໄດ້ປະກາດແຕ່ງຕັ້ງຍົກຍ້າຍ ສະຫາຍ ພິດສະໄໝ ກອງຊາເດດ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງຜູ້ເກົ່າໄປຮັບໜ້າທີ່ໃໝ່ຢູ່ຂະແໜງການອຶ່ນ.
ເຊິ່ງໄດ້ຕີລາຄາສູງ ຕໍ່ຄວາມພະຍາມຍາມຂອງອົງການປົກຄອງແຂວງ ໃນການສູ້ຊົນເຮັດໃຫ້ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 3,56 %, ຮັກສາສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ກອງປະຊຸມໄດ້ມອບໃຫ້ອົງການປົກຄອງແຂວງນໍາເອົາຄໍາຄິດເຫັນຂອງກອງປະຊຸມ ໄປພິຈາລະນາເພື່ອສືບຕໍ່ປັບປຸງ, ແກ້ໄຂ, ພ້ອມທັງເອົາໃຈໃສ່ໃນການໂຄສະນາເຜີຍແຜ່, ປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າ ໃນການເພີ່ມທະວີນໍ້າໃຈປະຢັດມັດທະຍັດ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ພ້ອມກັນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ກອງປະຊຸມໄດ້ຮັບຟັງການລາຍງານ ແລະ ຊີ້ແຈງຈາກທ່ານເຈົ້າແຂວງ ແລະ ບັນດາ ພະແນກການ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂັ້ນແຂວງ ກໍ່ຄືການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢູ່ແຂວງຄໍາມ່ວນ, ຕະຫຼອດໄລຍະໜຶ່ງປີທີ່ຜ່ານມາ, ອົງການປົກຄອງແຂວງ ໄດ້ມີຄວາມພະຍາຍາມ ນໍາພາ – ຊີ້ນໍາ ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງນັບແຕ່ຂັ້ນສູນກາງ ແລະ ຂັ້ນທ້ອງຖີ່ນວາງອອກ ໃຫ້ມີການດໍາເນີນໄປຢ່າງມີປະສິດທິພາບ, ປະສິດທິຜົນ, ເດັດຂາດໂປ່ງໃສ່, ເຂັ້ມງວດ ແລະ ທັນກໍານົດເວລາ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຢ່າງເປັນຂະບວນການຟົດຟື້ນ ແລະ ໄດ້ຮັບຜົນສໍາເລັດຫຼາຍດ້ານ, ພ້ອມນັ້ນໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການເຄື່ອນ ໄຫວວຽກງານ ໃນໄລຍະແຕ່ກອງປະຊຸມສະໄໝສາມັນເທື່ອທີ 2 ຫາກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ເຊິ່ງເຫັນໄດ້ວ່າໃນໄລຍະ 6 ເດືອນຜ່ານມາສະພາປະຊາ ຊົນແຂວງ ໄດ້ມີຄວາມເປັນເຈົ້າການຢ່າງຫ້າວຫັນໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ, ເຮັດໃຫ້ບົດບາດຂອງສະພາປະຊາຊົນແຂວງ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນ, ໄດ້ຮັບຄວາມເຊື່ອໝັ້ນຈາກອົງການຈັດຕັ້ງ ແລະ ສັງຄົມ ນັບມື້ກວ້າງຂວາງ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກປະຊາຊົນຜູ້ມີສິດເລືອກຕັ້ງ.