ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 28 ກໍລະກົດ 2025 ທີ່ຫໍວັດທະນະທໍາໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ; ເປັນກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້ົ້າແຂວງສະຫວັນນະເຂດ; ມີບັນດາທ່ານ ການນໍາພັກ-ລັດ ຂັ້ນແຂວງ, ການນຳຂອງເມືອງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແລະ ສະມາຊິກສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມດ້ວຍບັນດາຫົວໜ້າພະແນກ, ອົງການລັດທຽບເທົ່າພະແນກ, ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ ຮັບຟັງການລາຍງານ ແລະ ພິຈາລະນາຮັບຮອງບັນດາເນື້ອໃນທີ່ສຳຄັນພື້ນຖານຂອງແຂວງ ດັ່ງນີ້: ບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 06 ເດືອນຕົ້ນປີ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 06 ເດືອນທ້າຍປີ 2025; ບົດລາຍງານ ກ່ຽວກັບ ສະພາບການຄຸ້ມຄອງ ດ່ານສາກົນຂົວມິດຕະພາບລາວ – ໄທ 2, ດ່ານສາກົນແດນສະຫວັນ; ບົດລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດການປະເມີນເຂດຫ່າງໄກສອກຫຼີກ – ທຸລະກັນດານ, ການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງເມືອງ ກັບ ເມືອງ; ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ໃນໄລຍະຜ່ານມາ ພ້ອມທັງພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງເອົານິຕິກໍາໃຕ້ກົດໝາຍ ທີ່ສ້າງໃໝ່ ຈຳນວນ 3 ສະບັບຄື: ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນສະຖານທີ່ການສຶກສາ ທົ່ວແຂວງສະຫວັນນະເຂດ (ສະບັບສ້າງໃໝ່); ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງແຜນຜັງນະຄອນໄກສອນພົມວິຫານ (ສະບັບສ້າງໃໝ່), ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍ ການຄຸ້ມຄອງແຜນຜັງເມືອງອຸທຸມພອນ (ສະບັບສ້າງໃໝ່); ບົດລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຫາ ກອງປະຊຸມສະໄໝສາມັນເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມທ້າຍສະໄໝ ຂອງສາພະປະຊາຊົນແຂວງ ຊຸດທີ II;
ໃນວາລະຂອງກອງປະຊຸມຈະໄດ້ຮັບຟັງການຊີ້ແຈງຂອງອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງຕໍ່ຄຳຖາມຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ໃນໄລຍະດໍາເນີນກອງປະຊຸມ ໄດ້ເປີດໂອກາດໃຫ້ຜູ້ມີສິດເລືອກຕັ້ງສະເໜີບັນຫາ ຜ່ານ ໂທລະສັບສາຍດ່ວນ 041 156 ໂດຍບໍ່ເສຍຄ່າ ໃນໂມງລັດຖະການ, ຊຶ່ງກອງປະຊຸມຈະໄດ້ດຳເນີນໄປຈົນຮອດວັນທີ 30 ກໍລະກົດ 2025 ຈຶ່ງຈະສຳເລັດ.