ໃນຕອນບ່າຍວັນທີ 23 ກໍລະກົດ 2025 ນີ້ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ ທ່ານ ພູທອນ ພຸດທະຂັນຕິ ເລຂາທິການສະພາປະຊາຊົນແຂວງ ໄດ້ແຫຼງຂ່າວກ່ຽວກັບຄວາມພ້ອມໃນການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 09 ຂອງສະພາປະຊາຊົນແຂວງ ຊຸດທີ II ຜ່ານສື່ມວນຊົນ ແຂວງສະຫວັນນະເຂດວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 09 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ໄຂຂຶ້ນໃນຕອນເຊົ້າວັນຈັນ, ວັນທີ 28 ກໍລະກົດ 2025 ແລະ ດໍາເນີນຮອດວັນພຸດ,ວັນທີ 30 ກໍລະກົດ 2025 ເປັນເວລາ 03 ວັນ ທີ່ຫໍວັດທະນະທຳໄກສອນພົມວິຫານ, ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ.

ໃນກອງປະຊຸມສະໄໝສາມັນ ເທື່ອທີ 09 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ຮັບຟັງການລາຍງານ ພ້ອມທັງພິຈາລະນາ, ຮັບຮອງເອົາບັນຫາສຳຄັນຂອງແຂວງ ດັ່ງນີ້:
ກ. ວຽກອົງການປົກຄອງແຂວງ
1. ຮັບຟັງການລາຍງານຂອງທ່ານເຈົ້າແຂວງສະຫວັນນະເຂດ ກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ໄລຍະ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2025, ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ;
2. ຮັບຟັງການສະເໜີທ່ານຮອງເຈົ້າແຂວງສະຫວັນນະເຂດ ກ່ຽວກັບ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ 5 ປີ ຄັ້ງທີ x (2026-2030);
3. ຮັບຟັງການລາຍງານຈາກທ່ານຮອງເຈົ້າແຂວງສະຫວັນນະເຂດ ກ່ຽວກັບ ສະພາບການຄຸ້ມຄອງ
ດ່ານສາກົນຂົວມິດຕະພາບລາວ-ໄທ 2; ດ່ານສາກົນແດນສະຫວັນ ຢູ່ແຂວງສະຫວັນນະເຂດ;
4.ຮັບຟັງການລາຍງານຄືນ ຈາກທ່ານຮອງເຈົ້າແຂວງໆສະຫວັນນະເຂດ ກ່ຽວກັບ ການຈັດຕັ້ງປະຕິບັດການປະເມີນເຂດຫ່າງໄກສອກຫຼີກ-ທຸລະກັນດານ ປີ 2024 ແລະ ການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງເມືອງ ກັບ ເມືອງ.
ຂ. ການຈັດຕັ້ງປະຕິບັດວາລະແຫ່ງຊາດກ່ຽວກັບ ການແກ້ໄຂບັນຫາຢາເສບຕິດ.
1.ຮັບຟັງການລາຍງານ ຈາກຫົວໜ້າ ປກສ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ, ຕິດພັນກັບແກ້ໄຂປະກົດການຫຍໍ້ທໍ້ໃນໄລຍະຜ່ານມາ.
ຄ. ການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ
ກອງປະຊຸມສະໄໝສາມັນ ເທື່ອທີ 09 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ພິຈາລະນາ, ຮັບຮອງ ເອົານິຕິກໍາໃຕ້ກົດໝາຍ ຈໍານວນ 03 ສະບັບ ດັ່ງນີ້:
1. ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນສະຖານທີ່ການສຶກສາທົ່ວແຂວງສະຫວັນນະເຂດ; (ສະບັບສ້າງໃໝ່) (ພະແນກສຶກສາທິການ ແລະ ກິລາແຂວງ);
2. ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການຄຸ້ມຄອງແຜນຜັງນະຄອນໄກສອນພົມວິຫານ (ສະບັບສ້າງໃໝ່) (ພະແນກໂທທາທິການ ແລະ ຂົນສົ່ງແຂວງ);
3.ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍ ການຄຸ້ມຄອງແຜນຜັງ ເມືອງອຸທຸມພອນ(ສະບັບສ້າງໃໝ່) (ພະແນກໂທທາທິການ ແລະ ຂົນສົ່ງແຂວງ).
ງ. ວຽກສະພາປະຊາຊົນແຂວງ
1. ຮັບຟັງການລາຍງານ ຂອງທ່ານຮອງປະທານຄະນະປະຈຳສະພາປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 08 ຫາ ເທື່ອທີ 09 ແລະ ທິດທາງແຜນການເຄື່ອນໄຫວຮອດກອງປະຊຸມສະໄໝສາມັນ ເທື່ອທີ 10ຂອງສາພະປະຊາຊົນແຂວງ ຊຸດທີ II.
ທັງນີ້, ກໍເພື່ອເປັນບ່ອນອີງໃຫ້ອົງການປົກຄອງແຂວງ ແລະ ພາກ ສ່ວນຕ່າງໆ ໃນການຈັດຕັ້ງປະຕິບັດກອງປະຊຸມເທື່ອນີ້ ຈະໄດ້ພິຈາລະນາ, ຮັບຮອງເອົາມະຕິກອງປະຊຸມ ລວມມີ 5 ສະບັບຕື່ມອີກ. ໂອກາດດັ່ງກ່າວ ທ່ານ ພູທອນ ພຸດທະຂັນຕິ ເລຂາທິການສະພາປະຊາຊົນແຂວງ ຍັງໄດ້ເຊີນຊວນພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນຮູ້, ນັກສຶກສາປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ຄ້າຊາວຂາຍ, ພໍ່ແມ່ພີ່ນ້ອງ ປະຊາຊົນລາວບັນດາເຜົ່າທຸກຊັ້ນຄົນ ຈົ່ງຕິດຕາມການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 09 ຂອງສະພາປະຊາຊົນແຂວງ ຊຸດທີ II ໂດຍຜ່ານການຖ່າຍທອດສົດທາງໂທລະພາບແຂວງ, ວິທະຍຸກະຈາຍສຽງແຂວງ. ພ້ອມດຽວກັນນີ້ ໃນໄລຍະດຳເນີນກອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ໂດຍບໍ່ເສຍຄ່າ ຕາມໝາຍເລກໂທລະສັບ 041 156 ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງ ຈາກປະຊາຊົນໃນນາມຜູ້ມີສິດເລືອກຕັ້ງ ແລະ ພາກສ່ວນຕ່າງໆ ທີ່ຈະສົ່ງຄໍາສະເໜີໄປຍັງກອງປະຊຸມ ເຊິ່ງບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ດັ່ງກ່າວ ໄປຍັງກອງປະຊຸມພາຍໃນໂມງລັດຖະການ