loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ມ.ກ. 2, 2024 | ເຂດ 10 ວຽງຈັນ

 

ກອງປະຊຸມດັ່ງກ່າວໄດ້ດຳເນີນ ມາແຕ່ວັນທີ 26 ຫາ 29 ທັນວາ 2023 ພາຍໃຕ້ການເປັນປະທານຂອງທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມຄະນະ, ກອງປະຊຸມໃຫ້ກຽດຕ້ອນຮັບ ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ບັນດາການນຳພັກ-ລັດ, ສະມາຊິກສະພາແຫ່ງຊາດ ສະມາຊິກສະພາແຂວງວຽງຈັນ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການ, ລັດວິສາຫະກິດ,ເອກະຊົນເຂົ້າຮ່ວມ.

ທ່ານ ບຸນສອນ ເພັດລາວັນ ກ່າວວ່າ: ຕະຫຼອດໄລຍະ 4 ວັນ ຜ່ານມາ, ສະມາຊິກສະພາປະຊາຊົນແຂວງວຽງຈັນ ໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນ, ສຸມທຸກສະຕິປັນຍາເຂົ້າໃນການຄົ້ນຄວ້າ, ພິຈາລະ ນາ ແລະ ຮັບຮອງ ເອົາບັນຫາສຳຄັນຕ່າງໆ ຂອງແຂວງ ໄດ້ດັ່ງນີ້:

  1. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024.
  2. ບົດລາຍງານ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຂອງແຂວງ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024.
  3. ບົດລາຍງານ ຂອງອົງການກວດສອບປະຈໍາພາກກາງ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ກາງສະໄໝ 5 ປີ (2021-2025) ແລະ ທິດທາງແຜນການ ທ້າຍສະໄໝ ຮອດປີ 2025; ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024.
  4. ບົດລາຍງານ ຂອງອົງການກວດກາລັດແຂວງວຽງຈັນ ກ່ຽວກັບ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານກາງສະໄໝ 5 ປີ (2021-2025), ທິດທາງແຜນການທ້າຍສະໄໝ ຮອດປີ 2025; ການຈັດຕັ້ງປະຕິບັດແຜນການ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024.
  5. ບົດລາຍງານ ຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024.
  6. ບົດລາຍງານ ຂອງສານປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024
  7. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານ ຂອງສະພາປະຊາຊົນແຂວງ ກ່ຽວກັບ ການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024. ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານ ໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການຈັດຕັ້ງປະຕິບັດ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການຈັດຕັ້ງປະຕິບັດ ການແກ້ໄຂບັນຫາຢາເສບຕິດ ຂອງພະແນກການທີ່ກ່ຽວຂ້ອງ ແລະ ໄດ້ມີການຊີ້ແຈງ ຕໍ່ຄຳຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ຢ່າງກົງໄປກົງມາ.

ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງວຽງຈັນ ຊຸດທີ II ໃນຄັ້ງນີ້, ແມ່ນໝາກຜົນແຫ່ງສະຕິປັນຍາ ການສະແດງອອກສິດ, ປະຊາທິປະໄຕ ກໍຄືການຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ການຕັດສິນໃຈສູງຂອງອົງການປົກຄອງແຂວງ, ພະແນກການ, ອົງການທີ່ກ່ຽວຂ້ອງ ໃນການແກ້ໄຂບັນຫາຕ່າງໆ ທີ່ແຂວງຂອງພວກເຮົາພວມປະເຊີນຢູ່ໃນປະຈຸບັນ ແລະ ສືບຕໍ່ ພັດທະນາແຂວງວຽງຈັນ ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ. ມາຮອດນີ້ ໃນນາມປະທານກອງປະຊຸມ ຂ້າພະເຈົ້າຂໍປະກາດປິດກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາປະຊາຊົນແຂວງວຽງຈັນ ຊຸດທີ II ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.