loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ແຂວງຜົ້ງສາລີ ໄດ້ໄຂຂຶ້ນຢ່າງເປັນທາງການ

ທ.ວ. 27, 2023 | ເຂດ 2 ຜົ້ງສາລີ

ຕອນເຊົ້າ, ວັນທີ 27 ທັນວາ 2023 ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ທອງສິ ເສົາສຸລິພົມ ປະທານສະພາປະຊາຊົນແຂວງຜົ້ງສາລີ; ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງ-ແຂວງຜົ້ງສາລີ, ມີທ່ານຮອງເຈົ້າແຂວງ, ການນໍາຂອງແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 2, ສະມາຊິກສະພາປະຊາຊົນແຂວງ, ມີສະມາຊິກອົງການປົກຄອງແຂວງ, ອົງການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ສະຫະພັນນັກຮົບເກົ່າແຂວງ, ອົງການພັກ-ລັດ, ອົງການລັດທຽບເທົ່າຂັ້ນແຂວງ, ອາດິດການນໍາແຂວງ, ອາດິດ ສສຊ ປະຈໍາເຂດເລືອກຕັ້ງ 2, ລັດວິສາຫະກິດ, ຫົວໜ່ວຍທຸລະກິດທັງພາກລັດ, ພາກເອກະຊົນ ແລະ ພະນັກງານຊ່ວຍວຽກຄະນະ ສສຂ ປະຈໍາເມືອງ, ວິຊາການ, ​ກອງເລຂາກອງປະຊຸມທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ທ່ານ ທອງສີ ເສົາສຸລິພົມ ປະທານສະພາສະພາປະຊາຊົນແຂວງ, ​ປະທານກອງປະຊຸມ ກ່າວໄຂກອງປະຊຸມຢ່າງເປັນທາງການ ເຊິ່ງມີເນື້ອໃນບາງຕອນທ່ານໄດ້ກ່າວວ່າ:

ກອງປະຊຸມຄັ້ງນີ້ ໄດ້ດຳເນີນຂຶ້ນ ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກແຂວງ ສະໄໝທີ IX , ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ  IX ຂອງແຂວງ ກໍຄືການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນແຂງແຮງ ແລະ ມີຜົນສໍາເລັດຢ່າງຈົບງາມ,​ ຕິດພັນກັບການຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາການແລກປ່ຽນເງິນຕາ ແລະ ລາຄາສິນຄ້າ.  ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:

  • ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024;
  • ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈໍາປີ 2024;
  • ບົດລາຍງານການຈັດຕັ້ງປະຕິບັດ ວຽກງານ ປະຈໍາປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ຂອງອົງການກວດສອບປະຈໍາພາກເໜືອ ແລະ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈໍາປີ 2022;
  • ບົດລາຍງານການຈັດຕັ້ງປະຕິບັດ ວຽກງານ ປະຈໍາປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ຂອງອົງການກວດກາລັດແຂວງ; ບົດລາຍງານຜົນການຕິດຕາມກວດກາ ແລະ ແກ້ໄຂຕາມຜົນຂອງການກວດສອບ ປະຈໍາປີ 2021;
  • ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024;
  • ບົດລາຍງານຂອງຂອງສານປະຊາຊົນແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2023 ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024;
  • ບົດລາຍງານຂອງສະພາປະຊາຊົນແຂວງ ຊຸດທີ II ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2023 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024.

ນອກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງ ຈາກພາກສ່ວນກ່ຽວຂ້ອງ ຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ຕໍ່ຄໍາເຈາະຈີ້ມຂອງບັນດາສະມາຊິກສະພາປະຊາຊົນແຂວງ;

ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າປະກອບຄຳຄິດ, ຄຳເຫັນ ຕໍ່ແຕ່ລະເນື້ອໃນວຽກງານ ຢ່າງເລິກເຊິ່ງ, ຖີ່ຖ້ວນ, ສ້າງສັນ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ ແລະ ຮັດກຸມ ບົນພື້ນຖານແນວທາງ,​ນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດ    ໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ- ສັງຄົມ,​ແຜນພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ເພື່ອພ້ອມກັນຊອກຫາວິທີການ, ມາດຕະການແກ້ໄຂບັນດາບັນຫາເຄັ່ງຮ້ອນຂອງສັງຄົມ, ເປັນບັນຫາຮີບດ່ວນເພື່ອສ້າງຄວາມເປັນເອກະພາບສູງ ກັບເນື້ອໃນທີ່ຈະນໍາມາພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງນີ້ ເພື່ອໃຫ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງໄດ້ຢ່າງເປັນຮູບປະທໍາ ຢ່າງແທ້ຈິງ

ກອງປະຊຸມສະໄໝສາມມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ຈະດໍາເນີນໄປເຖິງ ຕອນບ່າຍຂອງວັນທີ 28 ທັນວາ 2023 ຈຶ່ງຈະອັດລົງ. ໃນໄລຍະດໍາເນີນກອງປະຊຸມຄັ້ງນີ້້, ຄະນະຮັບຜິດກອງກອງປະຊຸມຍັງໄດ້ຈັດຕັ້ງໜ່ວນງານຮັບຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຜ່ານກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນ ໂດຍບໍ່ເສຍຄ່າ 088 156 ແລະ ແຝັກ 088 210202 ຕາມໂມງລັດຖະການ.

ພາບ-ຂ່າວ: ສູນທອງ