ກອງປະຊຸມສະໄໝສາມັນເທື່ອທີ 9 ອອກມະຕິ 15 ສະບັບ

ມ.ຖ. 26, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ວັນທີ 26 ມິຖຸນານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ໄຂຂຶ້ນໃນວັນທີ 9-26 ມິຖຸນາ 2025 ດໍາເນີນເປັນເວລາ 14 ວັນ ເຊິ່ງໄດ້ພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍອອກເປັນມະຕິ 15 ສະບັບ ດັ່ງນີ້:
1) ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2025;
2) ບົດລາຍງານກ່ຽວກັບນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງທາງໃນໄລຍະໃໝ່;
3) ບົດລາຍງານການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳກົນໄກຕ່າງໆ ໃນການພັດທະນາພະລັງງານໄຟຟ້າ;
4) ບົດລາຍງານກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍທົ່ວປະເທດ;
5) ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນເທື່ອທີ 8 ຫາເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX;
ມະຕິຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 10 ສະບັບ, ໃນນີ້ ສ້າງໃໝ່ 5 ສະບັບ ຄື: 1) ກົດໝາຍວ່າດ້ວຍພະນັກງານໄອຍະການປະຊາຊົນ, 2) ກົດໝາຍວ່າດ້ວຍສັງຄົມສົງເຄາະ, 3) ກົດໝາຍວ່າດ້ວຍສາມັນສຶກສາ, 4) ກົດໝາຍວ່າດ້ວຍການປູກຝັງ ແລະ 5) ກົດໝາຍວ່າດ້ວຍຄວາມປອດໄພໄຊເບີ; ປັບປຸງ 5 ສະບັບ ຄື: 1) ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ, 2) ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, 3) ກົດໝາຍວ່າດ້ວຍຊົນລະປະທານ, 4) ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ 5) ກົດໝາຍວ່າດ້ວຍປ້າຍ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຍັງກ່າວອີກວ່າ: ໄລຍະດຳເນີນກອງປະຊຸມ ໄດ້ມີປະຊາຊົນສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ລວມທັງໝົດ 710 ສາຍ, 520 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ, ການຊົດເຊີຍຜົນກະທົບຈາກໂຄງການພັດທະນາຕ່າງໆ; ຕໍ່ຄໍາຄິດເຫັນທີ່ສົ່ງມານັ້ນ, ກອງເລຂາກອງປະຊຸມ ຈະໄດ້ສັງລວມ ແລະ ມອບໃຫ້ກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ເພື່ອປະສານສົມທົບກັບກະຊວງ, ອົງການ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຄົ້ນຄວ້າພິຈາລະນາແກ້ໄຂໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ ແລະ ລະບຽບການ.