loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ IX ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

​ກ.ກ. 2, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນຕອນສວາຍຂອງວັນອັງຄານທີ 02 ກໍລະກົດ 2024 ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມ ວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ; ບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ບັນດາທ່ານສະມາຊິກລັດຖະ ບານ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ແລະ ແຂກຖືກເຊີນ.
ໃນວາລະມື້ສຸດທ້າຍຂອງການປະຊຸມ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຂຶ້ນລາຍງານການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຍົກຍ້າຍສະມາຊິກລັດຖະບານ ໂດຍໄດ້ພິຈາ ລະນາການຍົກຍ້າຍທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປລາວ ໄປຮັບໜ້າທີ່ໃໝ່ຢູ່ແຂວງຫຼວງພະບາງ; ລາຍງານການຕົກລົງຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການປັບປຸງບຸກຄະລາກອນພາຍໃນສະພາແຫ່ງຊາດ ແລະ ການສະເໜີການເລືອກຕັ້ງກຳມະການຄະນະປະຈຳສະພາແຫ່ງຊາດ ແລະ ແຕ່ງຕັ້ງປະທານກຳມາທິການ ສະ ພາແຫ່ງຊາດ ໂດຍໄດ້ມີການປັບປຸງບຸກຄະລະກອນພາຍໃນສະພາແຫ່ງຊາດຄື: ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ບໍ່ຄວບເປັນປະທານກໍາມາທິການກົດໝາຍ, ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ ເປັນປະທານກໍາມາທິການກົດໝາຍ, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການວັດທະນະທຳ-ສັງຄົມ ເປັນປະ ທານກຳມາທິການຍຸຕິທໍາ; ພ້ອມນັ້ນ, ກອງປະຊຸມຍັງໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາການເລືອກຕັ້ງເອົາທ່ານ ບຸນຕາ ເທບພະວົງ ຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ ເປັນກຳມະການຄະນະປະຈຳສະພາແຫ່ງຊາດ ແລະ ແຕ່ງຕັ້ງເປັນປະທານກຳມາທິການວັດທະນະທໍາ-ສັງຄົມ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຂຶ້ນສະເໜີຮ່າງມະຕິກອງປະຊຸມສະພາແຫ່ງຊາດ 2 ສະບັບຄື: ລາຍງານການປັບປຸງຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024 ແລະ ລາຍງານການປັບປຸງຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ແຜນເງິນຕາ ໄລຍະ 6 ເດືອນຕົ້ນປີ 2024 ແລະ ແຜນການ 6 ເດືອນທ້າຍປີ 2024; ຈາກນັ້ນ, ບັນດາທ່ານ ສສຊ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ 2 ມະຕິ ແລະ ໄດ້ລົງຄະແນນສຽງຮັບຮອງເອົາດ້ວຍຄະແນນສຽງເຫັນດີເປັນເອກະພາບ.
ໃນຕອນທ້າຍກອງປະຊຸມ, ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ຢ່າງເປັນທາງການ.
(ນາງ ສຸພາວັນ ຫອມສະນິດ)