loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາປະຊາຊົນແຂວງຜົ້ງສາລີ

ກ.ພ. 9, 2023 | ເຂດ 2 ຜົ້ງສາລີ

ຕອນເຊົ້າ, ວັນທີ 9 ກຸມພາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ກອງປະຊຸມສະໄໝສາມມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ (ສພຂ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ສົມຈິດ ຫັບລະກອນ ຮອງປະທານສະພາປະຊາຊົນແຂວງ; ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງ-ແຂວງຜົ້ງສາລີ, ມີທ່ານຮອງເຈົ້າແຂວງ, ກໍາມະການປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ 2 , ສະມາຊິກສະພາປະຊາຊົນແຂວງ (ສສຂ), ອາດິດ ສສຊ ປະຈໍາເຂດເລືອກຕັ້ງ 2, ອາດິດ ສສຂ, ມີ ສະມາຊິກອົງການປົກຄອງແຂວງ, ອົງການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ສະຫະພັນນັກຮົບເກົ່າແຂວງ, ອົງການຈັດຕັ້ງພັກ-ລັດ, ອົງການລັດທຽບເທົ່າຂັ້ນແຂວງ, ວິສາຫະກິດ, ຫົວໜ່ວຍທຸລະກິດທັງພາກລັດ, ພາກເອກະຊົນ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງທ່ານ ສົມຈິດ ຫັບລະກອນ ກ່າວໄຂກອງປະຊຸມຢ່າງເປັນທາງການ ມີບາງຕອນທ່ານໄດ້ກ່າວວ່າ: “ກອງປະຊຸມຄັ້ງນີ້ໄດ້ໄຂຂຶ້ນ ໃນທ່າມກາງບັນຍາກາດທີ່ທົ່ວພັກ-ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດເວົ້າລວມ, ເວົ້າສະເພາະຊາວແຂວງຜົ້ງສາລີ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ກໍ່ຄືແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2022 ຕິດພັນກັບ ການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ພວມໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຂະບວນຟົດຟື້ນ ແລະ ເປັນຮູບປະທໍາຫຼາຍຂຶ້ນ; ກອງປະຊຸມສະໄຫມສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້ ຈະໄດ້ຄົ້ນຄວ້າພິຈາລະນາຮັບຮອງບັນດາເນື້ອໃນທີ່ສໍາຄັນ ດັ່ງນີ້:

  1. ບົດລາຍງານໂດຍຫຍໍ້ຂອງທ່ານເຈົ້າແຂວງ ກ່ຽວກັບສະພາບພົ້ນເດັ່ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈຳປີ 2022 ແລະ ແຜນການປະຈຳປີ 2023 ຂອງແຂວງ;
  2. ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023;
  3. ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023;
  4. ບົດລາຍງານການຈັດຕັ້ງປະຕິບັດວາລະເເຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຢູ່ພາຍໃນແຂວງ;
  5. ບົດລາຍງານການຈັດຕັ້ງປະຕິບັດວາລະເເຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ພາຍໃນແຂວງ;
  6. ບົດລາຍງານຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການປັບປຸງມະຕິກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ I ວ່າດ້ວຍການຮັບຮອງເອົາແຜນຈັດສັນທີ່ດິນ, ຄຸ້ມຄອງຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ແຂວງຜົ້ງສາລີ;
  7. ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2022 ເເລະ ທິດທາງ ແຜນການເຄື່ອນ ໄຫວວຽກງານປະຈໍາປີ 2023 ແລະ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ຂອງອົງການກວດສອບແຫ່ງລັດປະຈໍາພາກເໜືອ;
  8. ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈໍາປີ 2022 ແລະ ເເຜນການເຄື່ອນໄຫວ ວຽກງານປະຈໍາປີ 2023; ບົດລາຍງານຜົນການຕິດຕາມກວດກາ ແລະ ແກ້ໄຂຕາມຜົນຂອງການກວດສອບປະຈຳປີ 2020 ຂອງອົງການກວດກາລັດແຂວງ;
  9. ພິຈາລະນາ ແລະ ຮັບຮອງເອົາ ນິຕິກໍາໃຕ້ກົດໝາຍ ຈໍານວນ 01 ສະບັບ ຄື: ຂໍ້ຕົກລົງເຈົ້າແຂວງ ວ່າດ້ວຍການຄຸ້ມຄອງການປຸກສ້າງ ທົ່ວແຂວງຜົ້ງສາລີ;
  10. ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງອົງການໄອຍະການປະຊາຊົນແຂວງ;
  11. ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ແລະທິດທາງແຜນການປະຈຳປີ 2023 ຂອງສານປະຊາຊົນແຂວງ;
  12. ບົດລາຍງານຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງສະພາປະຊາຊົນແຂວງ ຊຸດທີ II;

ນອກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຈາກ 6 ພາກສ່ວນ ຕໍ່ຄໍາຊັກຖາມຂອງຄະນະປະຈໍາສະພາປະຊາຊົນແຂວງ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ, ປະກອບຄໍາເຫັນ ຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ພາວະວິໄສ ແລະ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງແຂວງເຮົາໃນປັດຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ, ຮັບຮອງຄັ້ງນີ້ມີ ຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.

ຕາມວາລະກອງປະຊຸມໃນຄາບເຊົ້າໄດ້ຮັບຟັງ ທ່ານ ນ.ພອນສະຫວັນ ສັກຕິຄຸນ ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ຜ່ານມະຕິ ວ່າດ້ວຍການຮັບຮອງ ເອົາການສະເໜີແຕ່ງຕັ້ງ ເຈົ້າເມືອງ-ເມືອງໃໝ່; ຈາກນັ້ນ ໄດ້ຮັບຟັງ ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງ-ແຂວງຜົ້ງສາລີ ລາຍງານໂດຍສັງເຂບ ກ່ຽວກັບສະພາບພົ້ນເດັ່ນການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2022 ແລະ ແຜນການປະຈຳປີ 2023; ໄດ້ຮັບຟັງການລາຍງານວຽກງານຂອງອົງການປົກຄອງແຂວງ ຄື: ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈໍາປີ 2022 ແລະ ແຜນການ ປະຈໍາປີ 2023; ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ 2 ວາລະເເຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດຢູ່ພາຍໃນແຂວງ; ໄດ້ຮັບຟັງການລາຍງານວຽກງານ ຂອງອົງການກວດສອບແຫ່ງລັດປະຈໍາພາກເໜືອ ແລະ ອົງການກວດກາລັດແຂວງ ປະຈໍາປີ 2022 ເເລະ ແຜນການເຄື່ອນໄຫວວຽກງານປະຈໍາປີ 2023; ນອກຈາກນັ້ນ ກໍ່ໄດ້ຮັບຟັງບົດປະກອບຄໍາເຫັນ ຂອງຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ວຽກງານຂອງອົງການປົກຄອງແຂວງ, ອົງການກວດສອບປະຈໍາພາກ    ເໜືອ, ອົງການກວດກາລັດແຂວງ ແລະ ຮັບຟັງບົດລາຍ ກ່ຽວກັບການປັບປຸງມະຕິກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ I ວ່າດ້ວຍການຮັບຮອງເອົາແຜນຈັດສັນທີ່ດິນ, ຄຸ້ມຄອງຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ແຂວງຜົ້ງສາລີ

ກອງປະຊຸມ ຈະໄດ້ສືບຕໍ່ຮັບຟັງການລາຍງານ, ການຊີ້ແຈງ ຈາກພາກສ່ວນທີ່ກ່ຽວຂ້ອງ ເພື່ອພິຈາລະນາ, ຮັບຮອງເອົາບັນຫາສໍາພື້ນຖານຂອງທ້ອງຖິ່ນ ແລະ ຈະດໍາເນີນໄປຈົນຮອດຕອນບ່າຍຂອງວັນທີ 10 ກຸມພາ 2023 ຈຶ່ງສໍາເລັດ.

ຂ່າວໂດຍ: ນັກຂ່າວ ສະພາປະຊາຊົນແຂວງຜົ້ງສາລີ