(ສພຊ) ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2022 ນີ້ ທີ່ສະພາແຫ່ງຊາດ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ; ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປລາວ; ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ; ມີບັນດາທ່ານຜູ້ນໍາຂັ້ນສູງ, ອະດີດຜູ້ນໍາຂັ້ນສູງຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະບານ, ຜູ້ຕາງຫນ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວຫນ່ວຍທຸລະກິດ, ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງ ຊາດຊຸດທີ IX ໄຂຂຶ້ນຢ່າງເປັນທາງການ
![AA2EBC94-B961-4664-BC56-B4CCED8A4F77](https://na.gov.la/wp-content/uploads/2022/06/AA2EBC94-B961-4664-BC56-B4CCED8A4F77.jpeg)