loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ຂອງ​ສະພາ​ປະຊາຊົນ​ແຂວງ​ບໍລິ​ຄຳ​ໄຊ ຊຸດ​ທີ II

ທ.ວ. 28, 2023 | ເຂດ 11 ບໍລິຄຳໄຊ

      ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 6 ຂອງ​ສະພາ​ປະຊາຊົນ​ແຂວງ​ບໍລິ​ຄຳ​ໄຊ ຊຸດ​ທີ II ​ໄດ້​ໄຂ​ຂື້ນ​ຢາງ​ເປັນ​ທາງ​ການ ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 27 ທັນວາ 2023 ຢູ່​ທີ່ສະພາປະຊາຊົນ​ແຂວງ​ບໍລິ​ຄຳ​ໄຊ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ສຸວັນ​ນີ ​ໄຊຊະນະ ຮອງ​ເລຂາ​ພັກ​ແຂວງ ປະທານ​ສະພາ​ປະຊາຊົນ​ແຂວງ​ບໍລິ​ຄຳ​ໄຊ ກອງປະຊຸມໄດ້​ເປັນ​ກຽດ​ຕ້ອນຮັບ​ທ່ານ ນາງ ປິ່ງຄໍາ ລາຊະສິມມາ ກຳມະການ​ສູນ​ກາງ​ພັກ ຄະນະປະຈໍາສະພາ​ແຫ່ງ​ຊາດ ເລຂາທິການສະພາ​ແຫ່ງ​ຊາດ ສະມາຊິກສະມາຊິກສະພາແຫ່ງຊາດ ປະຈຳ​ເຂດ​ເລືອກ​ຕັ້ງ​ທີ 11 ​ແຂວງ​ບໍລິ​ຄຳ​ໄຊ, ທ່ານ ກອງ​ແກ້ວ ​ໄຊ​ສົງຄາມ ກຳມະການ​ສູນ​ກາງ​ພັກ ​ເລຂາ​ຄະນະບໍລິຫານງານພັກ​ແຂວງ ​ເຈົ້າ​ແຂວບໍລິຄໍາໄຊ ມີບັນດາ ທ່ານສະມາຊິກສະພາແຫ່ງຊາດ , ສະມາຊິກສະພາປະຊາຊົນແຂວງ, ການນໍາຂອງແຂວງ, ການນໍາຂອງເມືອງ ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ພະນັກງານອາວຸໂສ-ບຳນານ ວິສາຫະກິດທັງພາກລັດແລະເອກະຊົນ​ເຂົ້າ​ຮ່ວມ.
ກອງ​ປະຊຸມ​ຄັ້ງ​ນີ້​ ໄດ້ຮັບຟັງການລາຍງານ ກຽ່ວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ ເປັນຈຸມສຸມບູລິມະສິດຂອງແຂວງ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ທີ່ມີລັກສະນະຍຸດທະສາດ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024 ຈາກທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ໃນໄລຍະໜຶ່ງປີຜ່ານມາ ເສດຖະກິດຂອງແຂວງ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍໃນລະດັບ 5,27% (ແຜນການ 5,4%) ລວມຍອດຜະລິດຕະພັນພາຍໃນ (GPP) ບັນລຸໄດ້ 11.004 ຕື້ກວ່າກີບ ຂອງແຜນປີ (ແຜນປີ 7.500,75 ຕື້ກີບ) ລາຍໄດ້ສະເລ່ຍຕໍ່ຄົນ 33 ລ້ານກວ່າກີບ ຫຼື ປະມານ 1.631 ໂດລາ​ ໃນນີ້ຂະແໜງກະສິກໍາ-ປ່າໄມ້ຂະຫຍາຍຕົວ 2,46% ກວມ 32,49% ຂອງ GPP ຂະແໜງອຸດສາຫະກໍາ-ກໍ່ສ້າງ ຖົດຖອຍ -1,10% ກວມ 42,33% ຂອງ GPP (ສາເຫດຍ້ອນມີອຸດສະຫະກໍປຸງແຕ່ງ ຈໍານວນໜຶ່ງໄດ້ຢຸດ ແລະ ຫຼຸດຈໍານວນການຜະລິດເຊັ່ນ ການຜະລິດເຫຼັກເສັ້ນ ການປະກອບເຄື່ອງໃຊ້ໄຟຟ້າ ນອກນັ້ນຍັງມີທຶນຈົດທະບຽນຂອງພາກທຸລະກິດ ແລະ ພາກກໍ່ສ້າງໃນປີ 2023 ຫຼຸດລົງຈໍານວນຫຼາຍ ຖ້າທຽບໃສ່ປິ 2022 ມູນຄ່າປະຈຸບັນເພີ່ມຂື້ນ ຍ້ອນມີການປຽ່ນແປງລາຄາຕົ້ນທຶນການຜະລິດ ແຕ່ດ້ານປະລິມານຜະລິດ ອຸດສະຫະກໍາປຸງແຕ່ງທີ່ເພີ່ມຂຶ້ນຫຼາຍ ແມ່ນຜະລິດຕະພັນຊີ້ນ ຖ້າລົງທຽງໃສ່ໄລຍະດຽ່ວກັນ  ຂະແໜງບໍລິການຂະຫຍາຍຕົວ 19,92% ກວມ 25,18% ຂອງ GPP ດ້ານການລົງທຶນຂອງລັດປີ 2023 ແຂວງມີການລົງທຶນຂອງລັດທັງໝົດ ມູນຄ່າ 1.497 ຕື້ກີບ ເທົ່າກັບ 218,34% ຂອງແຜນການ (ມະຕິສະພາຮັບຮອງ ມູນຄ່າ 685,60 ຕື້ກີບ) ການແກ້ໄຂໜີ້ສິນພົ້ນເດັ່ນ ແມ່ນນໍາໃຊ້ເງິນບ້ວງເກີນແຜນປີ 2022 ຈໍານວນໜຶ່ງ ຊໍາລະໃຫ້ໂຄງການລົງທຶນຂອງລັດ 101 ໂຄງການ ປະຈຸບັນແຂວງສາມາດແກ້ໄຂໜີ້ສິນການລົງທຶນຂອງລັດ ໄດ້ທັງໝົດ 368,39 ຕື້ກີບ ເທົ່າກັບ 53,88% ທີ່ກໍານົດໃນວາລະແຫ່ງຊາດ (ແຜນການ 696,43 ຕື້ກີບ) ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ອອກອານຸຍາດໃຫ້ຜູ້ລົງທຶນພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນມີທຶນສະເໜີທັງໝົດ 1.587 ຕື້ກີບ ຈັດຕັ້ງປະຕິບັດໄດ້ 421,3 ຕື້ກີບ ທຽບໃສແຜນປະຕິບັດໄດ້ 94,7%(ແຜນປີ 444,74 ຕືກີບ) ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ ປະຈຸບັນມີທຶນທາງການ ເພື່ອພັດທະນາທັງໝົດ 20 ໂຄງງການ ມີມູນຄ່າ 52,82 ຕື້ກີບ ທຽບໃສ່ແຜນເທົ່າກັບ 76,41% ຂອງແຜນການ(ແຜນ 69,12 ຕື້ກີບ) ການລົງທຶນຈາກລະບົບການເງິນ-ເງິນຕາ ບັນດາສາຂາທະນາຄານພານຍໃນແຂວງ ສາມາດລະດົມເງິນຝາກສະສົມໄດ້ 4.213,6 ຕື້ກີບ ປ່ອຍກູ້ 349,34 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 82%(ແຜນປີ 425,77 ຕື້ກີບ) ແລະ ວຽກງານອື່ນໆ.

ຂ່າວ-ພາບ: ໂສລະຢ໋າ