ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຈະໄຂຂຶ້ນໃນວັນທີ 26 ກັນຍາ 2025 ນີ້

ກ.ຍ. 25, 2025

ຕອນເຊົ້າຂອງວັນທີ 25 ກັນຍາ 2025 ນີ້, ທີ່ສະພາປະຊາຊົນແຂວງສາລະວັນ ທ່ານ ສົມພອນ ແສງສຸລິຈັນ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງສາລະວັນ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນຂອງແຂວງ ກ່ຽວກັບ ແຜນການກະກຽມ ແລະ ດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ສາລະວັນ ຊຸດທີ IV; ໂດຍທ່ານໄດ້ຖະແຫຼງ ວ່າ: ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ສາລະວັນ ຊຸດທີ IV ຈະໄດ້ໄຂຂຶ້ນໃນຕອນເຊົ້າຂອງມື້ວັນສຸກ ວັນທີ 26 ກັນຍາ 2025 ກໍານົດ 1 ຄາບ, ທີ່ສະໂມສອນໃຫຍ່ແຂວງສາລະວັນ ຄາດວ່າຈະມີຜູ້ເຂົ້າຮ່ວມທັງໝົດ 130 ກວ່າທ່ານ ແລະ ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງ;

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງ ສາລະວັນ ຊຸດທີ IV ຈະໄດ້ຮັບຟັງການ ສະເໜີວຽກງານສໍາຄັນຈໍານວນໜຶ່ງ ຂອງສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງ, ພ້ອມທັງ ພິຈາລະນາ ແລະ ຮັບຮອງບັນຫາສຳຄັນຕ່າງໆ ມີດັ່ງນີ້:

  1. ຮັບຟັງການຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ສະບັບເລກທີ 278/ຄຈສຂ.ສວ ລົງວັນທີ 25 ກັນຍາ 2025 ວ່າດ້ວຍການຍົກຍ້າຍ ບຸກຄະລາກອນ ຂອງສະພາປະຊາຊົນແຂວງສາລະວັນ;
  2. ຮັບຟັງການຜ່ານໜັງສືສະເໜີ ຂອງທ່ານເຈົ້າແຂວງສາລະວັນ ສະບັບເລກທີ 94/ຈຂ.ສວ ລົງວັນທີ 27 ສິງຫາ 2025 ກ່ຽວກັບການສະເໜີແຕ່ງຕັ້ງປະທານຄະນະກໍາມະການປົກຄອງແຂວງສາລະວັນ;
  3. ຮັບຟັງການຜ່ານໜັງສືສະເໜີຂອງທ່ານປະທານ ຄະນະກໍາມະການປົກຄອງແຂວງສາລະວັນ ສະບັບເລກທີ 106/ຈຂ.ສວ ລົງວັນທີ 18 ກັນຍາ 2025 ກ່ຽວກັບ ການແຕ່ງຕັ້ງ, ຍົກຍ້າຍ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ຄະນະກໍາມະການປົກຄອງແຂວງສາລະວັນ;
  4. ຮັບຟັງການຜ່ານໜັງສືສະເໜີຂອງອົງການປົກຄອງແຂວງ ກ່ຽວກັບການສະເໜີສ້າງຕັ້ງກົງຈັກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ;
  5. ຮັບຟັງການຜ່ານໜັງສືສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ສະບັບເລກທີ 279/ຄຈສຂ.ສວ ລົງວັນທີ 25 ກັນຍາ 2025 ກ່ຽວກັບ ການສະເໜີແຕ່ງຕັ້ງປະທານສານປະຊາຊົນແຂວງສາລະວັນ;
  6. ຮັບຟັງການຜ່ານໜັງສືສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ສະບັບເລກທີ 280/ຄຈສຂ.ສວ ລົງວັນທີ 25 ກັນຍາ 2025 ກ່ຽວກັບ ການສະເໜີແຕ່ງຕັ້ງຫົວໜ້າອົງການໄອຍະການປະຊາຊົນແຂວງສາລະວັນ;
  7. ຮັບຟັງການຜ່ານຮ່າງແຜນການ ຂອງຄະນະປະຈໍາສະພາປະຊາຊົນແຂວງສາລະວັນ ກ່ຽວກັບ ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V;

ທ່ານຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ກອງປະຊຸມເທື່ອນີ້ ຈະໄດ້ລົງຄະແນນສຽງຮັບຮອງເອົາມະຕິກອງປະຊຸມ ຈໍານວນ 5 ສະບັບ ຄື:

  1. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງ ປະທານ ຄະນະກໍາມະການປົກຄອງແຂວງສາລະວັນ;
  2. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການ ແຕ່ງຕັ້ງ, ຍົກຍ້າຍ ຮອງປະທານຄະນະກໍາມະການປົກຄອງແຂວງ ແລະ ຄະນະກໍາມະການປົກຄອງແຂວງສາລະວັນ;
  3. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການ ສ້າງຕັ້ງກົງຈັກຄະນະກໍາມະການສົ່ງ ເສີມ ແລະ ຄຸ້ມຄອງການລົງທຶນແຂວງ;
  4. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງປະທານສານປະຊາຊົນແຂວງສາລະວັນ;
  5. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງຫົວໜ້າອົງການໄອຍະການປະ ຊາຊົນແຂວງສາລະວັນ;

ໃນໄລຍະດໍາເນີນກອງປະຊຸມນີ້ ຄະນະເລຂາທິການສະພາປະຊາຊົນແຂວງ ຍັງໄດ້ຈັດການຖ່າຍທອດສົດ ບາງເນື້ອໃນທີ່ສຳຄັນຈຳນວນໜຶ່ງ ຜ່ານສະຖານີວິທະຍຸແຂວງ ແລະ ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄໍາຄິດ, ຄໍາເຫັນ ແລະ ຄໍາສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງມາຍັງກອງປະຊຸມ; ບັນດາທ່ານສາມາດສົ່ງຄໍາຄິດ, ຄໍາເຫັນ ແລະ ຄໍາສະເໜີໄປຍັງກອງປະຊຸມໄດ້ຕາມວິທີການ ດັ່ງນີ້: ໂທລະສັບບໍ່ເສຍຄ່າ ໝາຍເລກ: 034 156 ແລະ ໂທລະສານ ຫຼື ແຟັກ ໝາຍເລກ: 034 211024;

 

ພາບ-ຂ່າວ: ດີລໍາພົນ ພົມມະຈັນ