ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ່ II. ໄຂຂຶ້ນຢ່າງເປັນທາງການໃນວັນທີ 3 ກໍລະກົດ 2025. ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີບັນດາການນໍາພັກ-ລັດຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ, ອາດີດການນໍາພັກ-ລັດ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ 100 ກວ່າທ່ານ.ກອງປະຊຸມ, ທ່ານ ບຸນນານ ບຸນນະແສງ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ຕາງໜ້າຄະນະຮັບຜິດຊອບປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ໄດ້ລາຍງານການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງດັ່ງນີ້: ໂຮມພະແນກແຜນການ ແລະ ການລົງທຶນແຂວງ ເຂົ້າກັບພະແນກການເງິນແຂວງ ເອີ້ນຊື່ວ່າ ພະແນກການເງິນແຂວງ; ໂຮມພະແນກພະລັງງານ ແລະ ບໍ່ແຮ່ແຂວງ ເຂົ້າກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ ເອີ້ນຊື່ວ່າ ພະແນກອຸດສາຫະກຳ ແລະ ການຄ້າແຂວງ; ໂຮມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເຂົ້າກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ເອີ້ນຊື່ວ່າ ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ; ໂຮມພະແນກພາຍໃນແຂວງ ເຂົ້າກັບຄະນະຈັດຕັ້ງແຂວງ: (ໂອນເອົາວຽກງານຄຸ້ມຄອງພະນັກງານ-ລັດຖະກອນ, ວຽກງານພັດທະນາກົງຈັກການຈັດຕັ້ງ, ວຽກງານປົກຄອງທ້ອງຖິ່ນ, ວຽກງານແຂ່ງຂັ້ນ-ຍ້ອງຍໍ, ວຽກງານຄຸ້ມຄອງພາລະກອນ ແລະ ວຽກງານອື່ນ ທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດຕັ້ງແຂວງ ພ້ອມທັງຍົກຍ້າຍບຸກຄະລາກອນຂອງພະແນກພາຍໃນແຂວງ ເຂົ້າກັບຄະນະຈັດຕັ້ງແຂວງ; ຍົກຍ້າຍວຽກງານແຜນທີ່, ວຽກງານສາສະໜາ, ວຽກງານເອກະສານ ພ້ອມດ້ວຍບຸກຄະລາກອນ ເຂົ້າກັບຫ້ອງວ່າການແຂວງ; ຍົກຍ້າຍວຽກຄຸ້ມຄອງພົນລະເມືອງ ພ້ອມບຸກຄາລະກອນ ເຂົ້າກັບກອງບັນຊາການປ້ອງກັນຄວາມສະຫງົບແຂວງ; ຍົກຍ້າຍວຽກງານຫັນຫົວໜ້າວິຊາການເປັນເຈົ້າຕົນເອງ ພ້ອມດ້ວຍບຸກຄະລາກອນ ໄປຂຶ້ນກັບພະແນກການເງິນແຂວງ); ໂອນວຽກງານສື່ມວນຊົນ (ວຽກຖະແຫຼງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກດັ່ງກ່າວ ໄປຂຶ້ນກັບຄະນະໂຄສະນາອົບຮົມແຂວງ ປ່ຽນຊື່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ເປັນຊື່ໃໝ່ເອີ້ນວ່າ ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງ; ຈາກນັ້ນ, ກໍ່ໄດ້ລາຍງານການຍົກຖານະບົດບາດ ແລະ ໂຄງປະກອບກົງຈັກການຈັດຕັ້ງຂອງຄະນະຄຸ້ມຄອງດ່ານສາກົນພູເກືອແຂວງອັດຕະປື, ຍົກພາລະບົດບາດທຽບເທົ່າພະແນການ, ອົງການລັດທຽບເທົ່າຂັ້ນແຂວງ, ມີກົງຈັກການຈັດຕັ້ງລັດຂອງຄະນະຄຸ້ມຄອງດ່ານ 4 ຂະແໜງຄື: ຫ້ອງການ (ບໍລິຫານ, ຈັດຕັ້ງກວດກາ ແລະ ພົວພັນຊາຍແດນກົງສູນ), ຂະແໜງກວດຄົນເຂົ້າ-ອອກເມືອງ, ຂະແໜງ ພາສີ ແລະ ຂະແໜງກັກກັນ (ພືດ,ສັດ ແລະປ່າໄມ້; ອາຫານ ແລະ ຢາ; ຄວບຄຸມພະຍາດຕິດຕໍ່; ຢັ້ງຢືນຄວາມຖືກຕ້ອງຂອງນ້ຳມັນເຊື້ອໄຟ; ກວດສອບຜະລິດຕະພັນ ແລະ ສີນຄ້າ),ໃນໂອກາດດຽວກັນ, ເລຂາທິການສະພາປະຊາຊົນແຂວງອັດຕະປື ໄດ້ຂື້ນຜ່ານຮ່າງມະຕິກອງປະຊຸມຂອງສະພາປະຊາຊົນແຂວງ ອັດຕະປື ວ່າດ້ວຍການພິຈາລະນາ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງອົງການປົກຄອງແຂວງອັດຕະປື; ຜ່ານຮ່າງມະຕິກອງປະຊຸມຂອງສະພາປະຊາຊົນແຂວງ ອັດຕະປື ວ່າດ້ວຍການພິຈາລະນາ ຮັບຮອງເອົາການຍົກຖານະບົດບາດ ແລະ ໂຄງປະກອບກົງຈັກການຈັດຕັ້ງ ຂອງຄະນະຄຸ້ມຄອງດ່ານສາກົນພູເກືອແຂວງອັດຕະປື.ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ການລາຍງານ ແລະ ຮ່າງມະຕິ ພ້ອມທັງໄດ້ລົງຄະແນນສຽງຮັບຮອງເອົາສອງມະຕິດັ່ງກ່າວດ້ວຍຄະແນນສຽງເຫັນດີເປັນເອກະພາບ 24 ແລະ 22 ສຽງຂອງສະມາຊິກສະພາປະຊາຊົນແຂວງ ທີ່ເຂົ້າຮ່ວມຈໍານວນ 24 ທ່ານ. (ວິນັດ ສີສຸລາດ)
ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງ ອັດຕະປື ຊຸດທີ II.
