(ສພຊ) – ຕອນບ່າຍວັນທີ 20 ມີນານີ້ ທີ່ຫໍປະຊຸມສະພາແຫ່ງຊາດ ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ, ບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານສະມາຊິກລັດຖະບານ, ສະມາຊິກສະພາແຫ່ງ ຊາດ (ສສຊ) ຈາກ 18 ເຂດເລືອກຕັ້ງ ແລະ ແຂກຖືກເຊີນ.

ໃນວາລະມື້ສຸດທ້າຍຂອງການປະຊຸມ, ທ່ານ ຄຳແພງ ວິລະພັນ ປະທານກຳມາທິການກົດໝາຍ ຕາງໜ້າໃຫ້ຄະ ນະກຳມະການລະດັບຊາດ ປັບປຸງລັດຖະທຳມະນູນ ໄດ້ລາຍງານຄືນການປັບປຸງລັດຖະທຳມະນູນປີ 2025; ຈາກນັ້ນ, ບັນດາທ່ານ ສສຊ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ການລາຍງານ ແລະ ໄດ້ລົງຄະແນນສຽງຮັບຮອງເອົາດ້ວຍຄະແນນສຽງເຫັນດີເປັນເອກະພາບ 99.35% ຂອງ ສສຊ ທີ່ເຂົ້າຮ່ວມ.
ທ່ານ ປອ. ນາງສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຜ່ານຄຳສະເໜີຂອງນາຍົກລັດຖະມົນ ຕີ ສະເໜີພິຈາລະນາ, ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງກະຊວງ-ອົງການຈຳນວນໜຶ່ງ; ຈາກນັ້ນ, ບັນ ດາທ່ານ ສສຊ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ການສະເໜີ. ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ເລຂາທິການສະພາແຫ່ງຊາດ, ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຜ່ານຮ່າງມະຕິກອງປະຊຸມວ່າດ້ວຍການຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງຂອງລັດຖະບານ ຄື: 1. ໂຮມກະ ຊວງແຜນການ ແລະ ການລົງທຶນ ເຂົ້າກັບ ກະຊວງການເງິນ ແລະ ເອີ້ນຊື່ ວ່າ: ກະຊວງການເງິນ; 2. ໂຮມກະຊວງພະລັງງານ ແລະ ບໍ່ແຮ່ ເຂົ້າກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ເອີ້ນຊື່ວ່າ: ກະຊວງອຸດສາຫະກຳ ແລະ ການຄ້າ; 3. ໂຮມກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າກັບ ກະຊວງກະສິກຳ ແລະ ປ່າໄມ້ ແລະ ເອີ້ນຊື່ວ່າ: ກະຊວງກະສິກຳ ແລະ ສິ່ງແວດລ້ອມ; 4. ໂຮມກະຊວງພາຍໃນ ຂຶ້ນກັບຄະນະຈັດຕັ້ງສູນກາງພັກ, ເອົາວຽກຄຸ້ມຄອງລັດຖະກອນ, ວຽກແຂ່ງຂັນຍ້ອງຍໍ ແລະ ວຽກອື່ນໆ ທີ່ສອດຄ່ອງກັບພາລະບົດບາດຂອງຄະນະຈັດ ຕັ້ງສູນກາງພັກ ພ້ອມທັງຍົກຍ້າຍບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຄະນະຈັດຕັ້ງສູນກາງພັກ; ໂອນວຽກປົກຄອງ, ວຽກແຜນທີ່, ວຽກຄຸ້ມຄອງມະຫາພາກດ້ານສາສະໜາ ແລະ ວຽກອື່ນໆ ພ້ອມທັງບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ໄປຂຶ້ນກັບຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ ແລະ ກະຊວງ-ອົງການ ທີ່ເຫັນວ່າມີຄວາມສອດຄ່ອງ; 5. ໂອນວຽກສື່ມວນຊົນ (ວຽກຖະ ແຫຼງຂ່າວ) ພ້ອມທັງຍົກຍ້າຍບຸກຄະລາກອນ ອອກຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄປຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ແລະ ປ່ຽນຊື່ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເປັນຊື່ໃໝ່ເອີ້ນວ່າ: ກະຊວງວັດທະນະທຳ ແລະ ທ່ອງ ທ່ຽວ. ມອບໃຫ້ລັດຖະບານ ສົມທົບກັບຄະນະປັບປຸງກົງ ຈັກການຈັດຕັ້ງ ແລະ ພາກສ່ວນກ່ຽວຂ້ອງ ນຳພາການໂຮມກົງຈັກຂັ້ນກະຊວງ, ອົງການ ໃຫ້ສຳເລັດພາຍໃນເດືອນພຶດ ສະພາ 2025, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຢູ່ທ້ອງຖິ່ນໃຫ້ສຳເລັດພາຍໃນເດືອນກໍລະກົດ 2025; ໃນການປັບປຸງກົງຈັກການຈັດຕັ້ງດັ່ງກ່າວ ແມ່ນໃຫ້ສຸມໃສ່ຈັດວາງພະນັກ ງານ-ລັດຖະ ກອນຄືນໃໝ່ຢ່າງຮັດກຸມ ແລະ ເປັນລະບົບ ລວມທັງຈັດສັນງົບປະມານເພື່ອຮັບໃຊ້ວຽກງານດັ່ງກ່າວຕາມລະບຽບການ ແລະ ເອົາໃຈໃສ່ນຳພາການສຶກສາອົບ ຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ລັດຖະກອນ ມີຄວາມຮັບຮູ້, ເຂົ້າໃຈແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີຕາມແຜນການທີ່ວາງໄວ້. ຈາກນັ້ນ, ບັນດາທ່ານ ສສຊ ໄດ້ສຸມໃສ່ປະກອບຄຳຄິດຄຳເຫັນຕໍ່ຮ່າງມະຕິ ແລະ ລົງຄະແນນສຽງຮັບຮອງເອົາດ້ວຍຄະແນນສຽງເຫັນດີເປັນເອກະພາບ 100% ຂອງ ສສຊ ທີ່ເຂົ້າ ຮ່ວມ.
ໃນຕອນທ້າຍກອງປະຊຸມ, ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດປິດກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ.
(ນາງ ອາລິນ ສຸພິມມະປະດິດ)