ກອງປະຊຸມສະໄໝວິສາມັນເທື່ອທີ 2 ໄຂຂຶ້ນຢ່າງເປັນທາງການ

ມ.ຖ. 17, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນຈັນທີ 17 ມີນານີ້ ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ; ບັນດາທ່ານການນໍາຂັ້ນສູງ ແລະ ອະດີດການນໍາຂັ້ນສູງຂອງພັກ-ລັດ, ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແລະ ບັນດາທ່ານສະມາຊິກລັດຖະບານ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ແລະ ແຂກຖືກເຊີນ.
ພາຍຫຼັງທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວສູນທອນພົດເປີດກອງປະຊຸມຢ່າງເປັນທາງການ. ກອງປະຊຸມໄດ້ຮັບຟັງບົດລາຍງານການປັບປຸງລັດຖະທຳມະນູນປີ 2025 ຈາກທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ; ຈາກນັ້ນ, ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳໃນການຄົ້ນຄວ້າປະກອບຄຳເຫັນຕໍ່ບົດລາຍງານດັ່ງກ່າວ, ບັນດາທ່ານ ສສຊ ກໍໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນໃສ່ບົດລາຍງານ.
ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງ ສພຊ ຊຸດທີ IX ຈະດຳເນີນໄປຈົນຮອດວັນທີ 20 ມີນາ 2025, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາ ຊົນທີ່ຈະສົ່ງໄປຍັງກອງປະຊຸມ ເຊິ່ງສາມາດສົ່ງຕາມວິທີລຸ່ມນີ້:
ສາຍດ່ວນ ໝາຍເລກ: 156 (ໃນໂມງລັດຖະການ)
ອີເມວ: [email protected]
ແອັປພລິເຄຊັນ: Laona
(ນາງ ອາລິນ ສຸພິມມະປະດິດ)