(ສພຊ) – ຕອນບ່າຍວັນທີ 11 ມີນານີ້, ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໃຫ້ຮູ້ວ່າ: ບັນດາກຳມາທິການ ແລະ ຄະນະເລຂາທິການສະພາແຫ່ງຊາດ ໄດ້ປະສານສົມທົບກັບລັດຖະບານ ແລະ ພາກສ່ວນກ່ຽວ ຂ້ອງ ໃນການກະກຽມເນື້ອໃນຂອງແຕ່ລະພາກສ່ວນ ທີ່ຈະນໍາເຂົ້າພິຈາລະນາຕົກລົງຢູ່ກອງປະຊຸມໃນຄັ້ງນີ້; ມາເຖິງປັດຈຸບັນ, ເຫັນວ່າການກະກຽມແມ່ນໄດ້ ມີຄວາມຮັບປະ ກັນຮອບດ້ານ, ຄົບຖ້ວນສອດຄ່ອງກັບກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍແລ້ວ.
ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ໄຂຂຶ້ນໃນລະຫວ່າງວັນທີ 17- 20 ມີນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ຈະໃຊ້ເວລາດໍາເນີນກອງປະຊຸມ 4 ວັນ ເຊິ່ງຈະພິຈາລະນາ ແລະ ຮັບຮອງເອົາເນື້ອໃນສຳຄັນດັ່ງນີ້:
1. ບົດລາຍງານກ່ຽວກັບການປັບປຸງລັດຖະທໍາມະນູນ ສະບັບປີ 2025.
2. ບົດລາຍງານການປັບປຸງກົດໝາຍ ຈໍານວນ 2 ສະ ບັບ ຄື: ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ແລະ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ.
3. ບົດລາຍງານຂອງລັດຖະບານ ກ່ຽວກັບວຽກງານກົງຈັກຂອງລັດຖະບານ.
4. ບົດລາຍງານຂອງລັດຖະບານ ກ່ຽວກັບການຄົ້ນຄວ້ານະໂຍບາຍພິເສດໃຫ້ແກ່ຜູ້ພັດທະນາ ແລະ ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ.
5. ມະຕິສະພາແຫ່ງຊາດ ຈໍານວນ 5 ສະບັບ ຄື: 1) ມະຕິວ່າດ້ວຍການຮັບຮອງເອົາການປັບປຸງລັດຖະທໍາມະນູນ ສະບັບປີ 2025; 2) ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບ ປຸງປີ 2025; 3) ມະຕິວ່າດ້ວຍການຮັບຮອງເອົາກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງປີ 2025; 4) ມະຕິວ່າດ້ວຍການຮັບຮອງເອົາວຽກງານຂອງລັດຖະບານ; 5) ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານກ່ຽວ ກັບການຄົ້ນຄວ້ານະໂຍບາຍພິເສດໃຫ້ແກ່ຜູ້ພັດທະນາ ແລະ ລົງທຶນໃນນິຄົມອຸດສາຫະກໍາອໍາມະຕະ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ໃນນາມຫົວ ໜ້າກອງເລຂາກອງປະຊຸມສະໄໝວິສາມັນເທື່ອທີ 2, ຕາງ ໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ເຊີນຊວນບັນດາທ່ານພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າທຸກຊັ້ນຄົນໃນ ທົ່ວປະ ເທດ ແລະ ພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ຈົ່ງພ້ອມກັນຕິດ ຕາມການດໍາເນີນກອງປະຊຸມສະໄໝວິສາ ມັນຄັ້ງນີ້ ແລະ ຍັງແຈ້ງໃຫ້ຊາບວ່າ ໃນໄລຍະດຳເນີນກອງປະຊຸມ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດຕັ້ງໜ່ວຍງານເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ທີ່ຈະສົ່ງໄປຍັງກອງປະຊຸມ ເຊິ່ງສາມາດສົ່ງຕາມວິທີລຸ່ມນີ້:
ສາຍດ່ວນ: 156 ໃນໂມງລັດຖະການ
ອີເມວ: [email protected]
App: Laona