(ສພຊ) – ກອງປະຊຸມສະໄໝວິສາມັນຂອງຄະນະປະຈໍາສະພາແຫ່ງຊາດ ເດືອນມັງກອນ 2026 ໄດ້ດໍາເນີນໃນວັນທີ 5 ມັງກອນຜ່ານມາ ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະປະຈໍາສະພາແຫ່ງຊາດ; ມີບັນດາທ່ານຮອງປະທານ ແລະກຳມະການຄະນະປະຈໍາສະພາແຫ່ງຊາດ, ບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີກະຊວງ, ອົງການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ພິຈາລະນາໜັງສືສະເໜີຂອງລັດຖະບານ ກ່ຽວກັບການດັດແກ້ມູນຄ່າໂຄງການກໍ່ສ້າງເສັ້ນທາງຍົກລະດັບທາງປູຫີນ ເສັ້ນທາງເລກທີ 3127 ແຕ່ບ້ານໄຮ່-ບ້ານນ້ຳຮ່າງ ເມືອງຈອມເພັດ ແຂວງຫຼວງພະບາງ ເຊິ່ງບັນດາຜູ້ເຂົ້າຮ່ວມ ໄດ້ເອົາໃຈໃສ່ຄົ້ນຄວ້າ, ປະກອບຄໍາເຫັນ ຢ່າງມີຈຸດສຸມ, ກົງໄປກົງມາ ຕໍ່ຫົວຂໍ້ເນື້ອໃນ ທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອຮັບປະກັນການຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ສອດຄ່ອງກັບລັດຖະທໍາມະນູນ, ກົດໝາຍ ແລະ ມີຄວາມເປັນເອກະພາບ, ສາມາດເປັນບ່ອນອີງໃນການຈັດຕັ້ງປະຕິບັດ ແລະ ນໍາຜົນປະໂຫຍດລວມມາສູ່ປະເທດຊາດ ແລະ ປະຊາຊົນບັນດາເຜົ່າຢ່າງແທ້ຈິງ.
(ນາງ ອາລິນ ສຸພິມມະປະດິດ)

