ໃນລະຫວ່າງວັນທີ 1-2 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຄໍາ ໄດ້ເປີດກອງປະຊຸມສະຫຼຸບວຽກງານປະຈໍາປີ 2025 ແລະ 5 ປີ (2021-2025) ຂອງສະພາປະຊາຊົນແຂວງຊຽງຂວາງ ຂື້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານອຂອງທ່ານ ບຸນໂຮມ ເທດທານີ ປະທານສະພາປະຊາຊົນແຂວງ, ມີຄະນະປະຈໍາສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກຳມະການ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ 6 ເມືອງ, ຄະນະເລຂາທິການສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ, ພະນັກງານຂອງສະພາປະຊາຊົນແຂວງ ແລະ ຜູ້ຊ່ວຍວຽກສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງເຂົ້າຮ່ວມ.
ເພື່ອເປັນການສະຫຼຸບຕິລາຄາຄືນການຈັດຕັ້ັງປະຕິບັດວຽກງານໃນໄລະຍະຜ່ານມາ ຂອງຄະນະເລຂາທິການ ແລະ 3 ຄະນະກໍາມະການສະພາປະຊາຊົນແຂວງ ເປັນຕົ້ນແມ່ນ: ການຄົ້ນຄວ້າເນື້ອໃນ ແລະ ເອກະສານຕ່າງໆ, ຂອດການປະສານງານລະຫວ່າງຄະນະເລຂາທິການກັບຄະນະກໍາມະການ, ອົງການປົກຄອງແຂວງ ໃນການເປັນເສນາທິການໃຫ້ຄະນະປະທານ ແລະ ຄະນະປະຈໍາສະພາປະຊາຊົນແຂວງ ໃຫ້ມີປະສິດສິດ ແລະ ປະສິດຜົນສູງຂຶ້ນກວ່າເກົ່າ. ໃນວາລະດຳເນີນກອງປະຊຸມໄດ້ຮັບຟັງການສະຫຼຸບ ການເຄື່ອນໄຫວວຽກງານ ປະຈຳປີ 2025 ແລະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງສະພາປະຊາຊົນແຂວງຊຽງຂວາງຄື: ຄະນະເລຂາທິການ, ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ, ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ແລະ ຄະນະກຳມະການວັດທະນາທຳ-ສັງຄົມ ແລະ ບັນດາເຜົ່າ ໃນໄລຍະຜ່ານມາ ຄະນະເລຂາທິການ ແລະ ບັນດາຄະນະກຳມະການສະພາປະຊາຊົນແຂວງ ໄດ້ເປັນເຈົ້າການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ເປັນເສນາທິການ ໃຫ້ແກ່ຄະນະປະຈຳສະພາປະຊາຊົນແຂວງ, ໄດ້ສຸມໃສ່ໃນການຄົ້ນຄວ້າການສະເໜີ, ການຕົກລົງບັນຫາສຳຄັນພື້ນຖານຂອງທ້ອງຖິ່ນ ແລະ ການຕິດຕາມກວດກາ; ເສີມຂະຫຍາຍການລົງພົບປະຜູ້ມີສິດເລືອກຕັ້ງ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານຕ່າງໆ, ເປັນເຈົ້າການປັບປຸງການຈັດຕັ້ງ, ຍົກລະດັບຄວາມຮູ້ຄວາມສາມາດ ດ້ານຕ່າງໆໃຫ້ແກ່ພະນັກງານໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ວິຊາສະເພາະເຮັດໃຫ້ວຽກງານໃນດ້ານຕ່າງໆ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ແລະ ທິດທາງແຜນການວຽກງານ 5 ປີ (2026-2030) ຄະນະເລຂາທິການ ແລະ ບັນດາຄະນະກຳມະການສະພາປະຊາຊົນແຂວງຈະສືບຕໍ່ສຶກສາອົບດ້ານການເມືອງແນວຄິດຂອງພະນັກງານ, ປະຕິວຽກງານຕາມພາລະບົດບາດ, ສືບຕໍ່ບັບປຸງກົງຈັກການຈັດຕັ້ງຂອງສະພາປະຊາຊົນແຂວງ, ສຸມໃສ່ວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸກທີ V ໃຫ້ມີຜົນສໍາເລັດສູງ. ພ້ອມດຽວກັນນັ້ນຜູ້ແທນກອງປະຊຸມຍັງໄດ້ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນໃສ່ບັນດາເນື້ອໃນບົດສະຫຼຸບຕ່າງໆ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນຕື່ມຂຶ້ນອີກ ເພື່ອເປັນບ່ອນອີງໃນການປະຕິບັດວຽກງານໃນຕໍ່ໜ້າໃຫ້ມີປະສິດຕິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົາ.
ໃນຕອນທ້າຍ ຍັງໄດ້ຮັບຮອງ ປະທານກອງປະຊຸມມີຄຳເຫັນໂອ້ລົມ ຊື່ງທ່ານໄດ້ຍ້ອງຍໍ, ຊົມເຊີຍຕໍ່ຜົນສຳເລັດໃນການຈັດຕັ້ງປະຕິວຽກງານໃນໄລຍະຜ່ານມາ ແລະ ໃຫ້ປັບປຸງຄືນບາງເນື້ອໃນຂອງບົດສະຫຼຸບຂອງຄະນະເລຂາທິການ ແລະ ບັນດາຄະນະກໍາມະການ ຕາມການປະກອບຄໍາເຫັນຂອງຜູ້ແທນກອງປະຊຸມ, ໃຫ້ພະນັກງານຂອງສະພາປະຊາຊົນແຂວງຈົ່ງສືບຕໍ່ເອົາໃຈໃສ່ຕື່ມບາງວຽກງານທີ່ຍັງບໍ່ທັນອະອຽດຈະແຈ້ງ, ເອົາໃຈໃສ່ການພົວພັນປະສານງານກັບພາກສ່ວນກ່ຽວຂ້ອງໃຫ້ກົມກຽວ ແລະ ເຮັດໃຫ້ທຸກໆວຽກງານສຳເລັດທັນກັບເວລາ.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ