ຕອນເຊົ້າວັນທີ 13 ກຸມພາ 2026 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນກ່ຽວກັບ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຂຶ້ນ, ໂດຍການເປັນປະທານຂອງທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ປະທານສະພາປະຊາຊົນແຂວງ, ບັນດາທ່ານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ, ກອງເລຂາຊ່ວຍວຽກ ແລະ ພະນັກງານວິຊາການຂະແໜງທີ່ກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມ, ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ປະທານສະພາປະຊາຊົນແຂວງ, ໄດ້ຜ່ານຮ່າງບົດສະຫຼຸບຖອດຖອນບົດຮຽນ ການກະກຽມ ແລະ ດຳເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ເຊິ່ງບົດສະຫຼຸບໄດ້ຕີລາຄາການຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ມີຜົນສໍາເລັດໄປຕາມແຜນການ, ຕາມບາດກ້າວ ແລະ ທັນຕາມເວລາທີ່ໄດ້ກໍານົດໄວ້. ຜົນສຳເລັດນີ້, ແມ່ນໄດ້ມາຈາກຄວາມເອົາໃຈໃສ່ນຳພາຢ່າງໃກ້ຊິດຂອງຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ, ຂັ້ນເມືອງ, ຄວາມເປັນເຈົ້າການຂອງບັນດາອະນຸກຳມະການຕ່າງໆ, ຄະນະ ໜ່ວຍປ່ອນບັດເລືອກຕັ້ງ ໃນການເຊີດຊູສະຕິເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງໄດ້ເອົາໃຈໃສ່ໃນການປະກອບສ່ວນເຫື່ອແຮງ, ວັດຖຸປັດໃຈ ແລະ ຕື່ນຕົວເຂົ້າຮ່ວມການເລືອກຕັ້ງເປັນຕົ້ນແມ່ນ ໄປໃຊ້ສິດຢ່າງຖືກຕ້ອງ, ເຊິ່ງໄດ້ຢັ້ງຢືນເຖິງນ້ຳໃຈຮັກຊາດ, ຮັກລະບອບໃໝ່, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ປະກອບສ່ວນເຂົ້າໃນການປັບປຸງລະບົບການເມືອງຂອງປະເທດຊາດກໍ່ຄື ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ເຊິ່ງສາມາດປະຕິບັດໄດ້ 400%.

ຫຼັງຈາກນັ້ນ, ປະທານກອງປະຊຸມໄດ້ມີຄໍາເຫັນເຈາະຈີ້ມ ແລະ ເປີດກ້ວາງໃຫ້ບັນດາທ່ານທີ່ເຂົ້າຮ່ວມ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງ, ເພື່ອຕີລາຄາດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຂ້າງທີ່ຄວນປັບປຸງແກ້ໄຂ ແລະ ຖອດຖອນບົດຮຽນ, ແລກປ່ຽນເຊິ່ງກັນ ແລະ ກັນ, ພ້ອມທັງຂໍ້ສະເໜີຕ່າງໆ ເຖິ່ງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ຄະນະກໍາມະການເລືອກຕັ້ງລະດັບຊາດ ເພື່ອເຮັດໃຫ້ການກະກຽມ ແລະ ດໍາເນີນການເລືອກຕັ້ງໃນຕໍ່ໜ້າໄດ້ຮັບຜົນດີຂຶ້ນກວ່າເກົ່າ, ພ້ອມທັງຈັດຕັ້ງຜັນຂະຫຍາຍຜົນສໍາເລັດບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ຄັ້ງນີ້ໃຫ້ກ້ວາງຂວາງ ແລະ ທົ່ວເຖິ່ງຕື່ມອີກ.


ພາບ/ຂ່າວ: ສະພາປະຊາຊົນແຂວງ.
ກອງປະຊຸມສະຫຼຸບຖອດຖອນບົດຮຽນ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V
