loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສະຫຼຸບຕິລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023

ກ.ພ. 28, 2023 | ເຂດ 2 ຜົ້ງສາລີ

ຕອນບ່າຍວັນທີ 28 ກຸມພາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມສະຫຼຸບຕິລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ໂດຍການເປັນປະທານຂອງ ສົມຈິດ ຫັບລະກອນ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງ; ມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນແຂວງ, ຮອງປະທານຄະນະກໍາມະການ, ຮອງເລຂາທິການສະພາປະຊາຊົນແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ແລະ ພະນັກງານ-ລັດຖະກອນພາຍສະພາປະຊາຊົນແຂວງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຕິລາຄາຜົນການຊີ້ນໍາການຈັດຕັ້ງປະຕິບັດວຽກງານຂອງຄະນະປະຈໍາສະພາປະຊາຊົນແຂວງ ໃນ 1 ປີຜ່ານມາ ເພື່ອຮັບປະກັນໃຫ້ການວາງທິດທາງແຜນການປະຈໍາປີ 2023 ມີຄວາມສອດຄ່ອງທາງດ້ານຫຼັກການ, ກົດໝາຍ ແລະ ສະພາບຄວາມເປັນຈິງ ໃນການນໍາພາ-ຊີ້ນໍາຂອງຄະນະປະຈໍາສະພາປະຊາຊົນແຂວງ ໃນປີ 2023. ທັງນີ້ກໍເພື່ອເຮັດໃຫ້ວຽກຂອງສະພາປະຊາຊົນແຂວງ ໄດ້ຮັບປະສິດທິຜົນ ແລະ ມີຄຸນນະພາບ ໃນການຈັດຕັ້ງປະຕິບັດ.

ໃນກອງປະຊຸມໄດ້ຮັບຟັງ ທ່ານ ນາງ ພອນສະຫວັນ ສັກຕິຄຸນ ເລຂາທິການສະພາປະຊາຊົນແຂວງ ຜ່ານບົດສະຫຼຸບການຊີ້ນໍາຈັດຕັ້ງປະຕິບັດວຽກງານ ປະຈໍາເດືອນ ກຸມພາ ແລະ ແຜນການວຽກງານຈຸດສຸມ ປະຈໍາເດືອນ ມີນາ 2023 ຂອງຄະນະປະຈໍາສະພາປະຊາຊົນແຂວງ; ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງສະພາປະຊາຊົນແຂວງ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ຜັດກັນປະກອບຄໍາເຫັນໃສ່ເນື້ອໃນດັ່ງກ່າວ.

ຕອນທ້າຍຂອງກອງປະຊຸມປະທານກອງປະຊຸມສັງລວມຄືນຜົນກອງປະຊຸມຄັ້ງນີ້ ພ້ອມຮຽກຮອງໃຫ້ຄະນະນໍາ ແລະ ພະນັກງານ-ລັດຖະກອນ ເອົາໃຈໃສ່ຍົກສູງຄວາມຮັບຜິດຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ; ເອົາໃຈໃສ່ຊອກຮູ້ຮໍ່າຮຽນດ້ານນິກໍາຕ່າງໆ ລວມທັງຄວາມຮູ້ທາງດ້ານເທັກໂນໂລຊີ ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງຂອງໜ້າທີ່ການເມືອງໃນໄລຍະໃໝ່; ເອົາໃຈໃສ່ຝືກຝົນຫຼ່ໍຫຼອມຕົນເອງ ໃຫ້ເປັນພະນັກງານທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ມະຫາຊົນ.

ພາບຂ່າວ: ນາງ ສຸກສົມພອນ ແກ້ວແສງພະຈັນ