loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2023 ຂອງໜ່ວຍພັກຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ

​ກ.ກ. 12, 2023 | ເຂດ 14 ສາ​ລະ​ວັນ

ຕອນເຊົ້າຂອງວັນທີ 11 ກໍະກົດ 2023 ຜ່ານມາ, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສາລະວັນ ໄດ້ເປີດກອງປະຊຸມສະຫຼບການເຄື່ອນໄຫວວຽກງານ ປະຈໍາ 6 ເດືອນຕົ້ນປີ 2023 ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງໜ່ວຍພັກ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ; ໂດຍການເປັນປະທານກອງປະຊຸມຂອງສະຫາຍ ນາງ ເທວາ ສີລາດວງໃຈ ຮອງເລຂາໜ່ວຍພັກ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ; ໃຫ້ກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ສະພາປະຊາຊົນແຂວງ ຮອງປະທານສະພາປະຊາຊົນແຂວງ ຜູ້ປະຈຳການ; ເຂົ້າຮ່ວມມີຮອງເລຂາໜ່ວຍພັກ 3 ຄະນະກຳມະການ, ໜ່ວຍພັກຄະນະເລຂາທິການ, ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍ ເຂົ້າຮ່ວມໃນຄັ້ງນີ້;

ສະຫາຍ ນາງ ເທວາ ສີລາດວງໃຈ ຮອງເລຂາໜ່ວຍພັກ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນຳພາຂອງໜ່ວຍພັກ ປະຈໍາ 6 ເດືອນຕົ້ນປີ 2023 ແລະ ທິດທາງແຜນການວຽກງານ ປະຈໍາ 6 ເດືອນທ້າຍປີ 2023 ຂອງໜ່ວຍພັກໜ່ວຍພັກ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາບໂດຍລວມ ໜ່ວຍພັກຄະນະນະກໍາມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ  ແມ່ນໜ່ວຍພັກໜຶ່ງທີ່ຂື້ນກັບຄະນະພັກຮາກຖານສະພາປະຊາຊົນແຂວງ, ເປັນເສນາທິການຮອບດ້ານໃຫ້ແກ່ຄະນະພັກຮາກຖານຂອງຕົນກ່ຽວກັບວຽກພັກ-ພະນັກງານ ແລະ ຊີ້ນໍາ-ນໍາພາວຽກງານລັດ ພາຍໃນຄະນະກໍາມະການ; ໃນໄລຍະ 6 ເດືອນຕົ້ນປີຜ່ານມາ ໜ່ວຍພັກຄະນະກຳມະການ ໄດ້ມີຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນດ້ານການເມືອງ-ແນວຄິດ ໄດ້ເອົາໃຈໃສ່ເຊື່ອມຊຶມແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ, ລະບຽບ-ກົດໝາຍຂອງລັດ ດ້ວຍຫຼາຍຮູບການ; ຖືເອົາວຽກງານສຶກສາອົບຮົມວຽກງານແນວຄິດເປັນກົກ ເປັນບັນຫາສໍາຄັນ ສອດຫ້ອຍເຂົ້າໃນທຸກວຽກງານນໍາພາສະມາຊິກພັກ ແລະ ພະນັກງານ-ລັດຖະກອນດໍາເນີນຊີວິດການເມືອງ, ຈັດຕັ້ງຮໍ່າຮຽນ, ເຊື່ອມຊຶມບັນດາມະຕິຕ່າງໆຢ່າງເປັນປົກກະຕິ; ນອກນັ້ນ, ກໍ່ຍັງມີຜົນສຳເລັດໃນດ້ານຕ່າງໆ ຕາມພາລະບົດບາດ, ສິດ ແລະ ໜ້າທີ່  ພ້ອມທັງໄດ້ກຳນົດເອົາທິດທາງແຜນການເຄື່ອນໄຫວວຽກງານ ໃນ 6 ເດືອນທ້າຍປີ 2023 ເພື່ອເປັນບ່ອນອີງໃຫ້ແກ່ໜ່ວຍພັກຄະນະກຳມະການ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານໃຫ້ມີຜົນສຳເລັດ; ຈາກນັ້ນ, ໃນທີ່ປະຊຸມບັນດາສະຫາຍສະມາຊິກພັກ ທີ່ເຂົ້າຮ່ວມໄດ້ຄົ້ນຄວ້າປະກອບຄຳຄິດເຫັນ ຕໍ່ກັບຮ່າງເນື້ອໃນຂອງບົດສະຫຼຸບ ທີ່ຕິດພັນກັບຄວາມຮັບຜິດຊອບໜ້າທີ່ການເມືອງວຽກງານພັກ-ລັດ ເພື່ອພ້ອມກັນປັບປຸງແກ້ໄຂບັນຫາຂໍ້ຄົງຄ້າງ ເຮັດໃຫ້ການເຄື່ອນໄຫວໜ້າທີ່ວຽກງານຂອງໜ່ວຍພັກໃນຕໍ່ໜ້າມີຄວາມຖຶກຕ້ອງຕາມຫຼັກການລວມສູນປະຊາທິປະໄຕຂອງພັກ ແລະ ປະສົບຜົນສຳເລັດຕາມຄາດໝາຍທີ່ວ່າງໄວ້;

ຕອນທ້າຍ ສະຫາຍ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ສະພາປະຊາຊົນແຂວງ ໄດ້ສະແດງຄວາມຍ້ອງຍໍ, ຊົມເຊີຍ ແລະ ເຊີດຊູ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ໜ່ວຍພັກຄະນະກຳມະການ ສາມາດຕີລາຄາໄດ້ມີຜົນສຳເລັດຂອງການເຄື່ອນໄຫວຕາມພາລະບົດບາດ ໃນໄລຍະ 6 ເດືອນຕົ້ນປີຜ່ານມາ;

ພ້ອມນັ້ນ,ສະຫາຍຍັງໄດ້ເນັ້ນໃຫ້ໜ່ວຍພັກຄະນະກຳມະການ ຈົ່ງສືບຕໍ່ສຶກສາອົບຮົມດ້ານການເມືອງແນວຄິດເປັນບັນຫາສຳຄັນໃຫ້ສະມາຊິກພັກພາຍໃນໜ່ວຍພັກ ໃຫ້ສາມາດກຳໄດ້ຕໍ່ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກໃຫ້ເຂົ້າສູ່ລະບົບລະບຽບ, ມີຈັນຍາບັນ, ຈັນຍາທຳ ທັງມີຄຸນສົມບັດ ຄຸນທາດການເມືອງໃຫ້ໜັກແໜ້ນເຂັ້ມແຂງ ແລະ ສືບຕໍ່ການປະເມີນການຈັດຕັ້ງປະຕິບັດຂອງສະມາຊິກພັກຢ່າງຕໍ່ເນື່ອງ ເພື່ອໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ; ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນວຽກທີ່ກຳນົດໄວ້ຂອງໜ່ວຍພັກ ໃນໄລຍະ 6 ເດືອນທ້າຍປີ 2023 ໃຫ້ມີໝາກຜົນ ແລະ ຜົນສຳເລັດຕາມຄາດໝາຍກຳນົດໄວ້;

ພາບ-ຂ່າວ: ດີລຳພົນ ພົມມະຈັນ