(ສພຊ) – ວັນທີ 17 ກັນຍາຜ່ານມາ, ຄະນະຜູ້ແທນສະມາຊິກສະພາແຫ່ງຊາດເພດຍິງ ນໍາໂດຍທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການຍຸຕິທໍາ ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ແລະ ທ່ານ ປອ. ນາງ ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ເຂົ້າຮ່ວມກອງປະຊຸມເວທີສົນທະນາຂອງຜູ້ນໍາທາງດ້ານການເມືອງຂອງເພດຍິງ ຄັ້ງທີ 2 (2ND WAIPA WOMEN POLITICAL LEADERS FORUM) ເຊິ່ງຈັດຂຶ້ນໃນລະຫວ່າງການດໍາເນີນກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (ASEAN Inter-Parliamentary Assembly – AIPA) ຄັ້ງທີ 46 ທີ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ພາຍໃຕ້ການເປັນປະທານຂອງທ່ານ ດຣ. ທານ ສຣິ ດາໂຕະ ໂຈຮາຣິ ບິນ ອັບດຸນ (TAN SRI DATO’ (DR.) JOHARI BIN ABDUL) ປະທານສະພາຜູ້ແທນລາສະດອນມາເລເຊຍ, ກອງປະຊຸມຈັດຂຶ້ນພາຍໃຕ້ຫົວຂໍ້ “ການນໍາພາຂອງເພດຍິງ ເພື່ອການຄຸ້ມຄອງທີ່ມີຄວາມພ້ອມສຳລັບອະນາຄົດ: ກ້າວໄປສູ່ການຫັນປ່ຽນໃນຍຸກດິຈິຕອນແບບຍືນຍົງ” (Women’s Leadership for Future-Ready Governance: Navigating Transitions in the Digital and Sustainability Era) ໂດຍມີສະມາຊິກລັດຖະສະພາເພດຍິງຈາກບັນດາປະເທດສະມາຊິກໄອປາ, ສະມາຊິກລັດຖະສະພາຜູ້ສັງເກດການໄອປາ, ຄູ່ຮ່ວມມືພັດທະນາ ແລະ ບັນດາຜູ້ມີສ່ວນຮ່ວມຜູ້ຊ່ຽວຊານ ເຂົ້າຮ່ວມ ເພື່ອຄົ້ນຄວ້າກ່ຽວກັບວິທີການນຳພາຂອງເພດຍິງ ທີ່ສາມາດສ້າງນະໂຍບາຍທີ່ຕອບສະໜອງຢ່າງສະເໝີພາບ, ຊຸກຍູ້ການປະດິດສ້າງ ແລະ ເພີ່ມທະວີຄວາມຢືດຢຸ່ນຂອງພາກພື້ນ, ສະໜັບສະໜູນການຈັດຕັ້ງປະຕິບັດແຜນດໍາເນີນງານ ແລະ ຂອບແຜນການປະຕິບັດງານຂອງ WAIPA ກ່ຽວກັບການມີສ່ວນຮ່ວມທາງການເມືອງ ແລະ ຄວາມເປັນຜູ້ນໍາຂອງເພດຍິງ (WPPL 2024-2030) ເຊິ່ງສອດຄ່ອງກັບເປົ້າໝາຍຍຸດທະສາດ 7 ຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ (ASCC) ພາຍໃຕ້ວິໄສທັດອາຊຽນ 2045; ພ້ອມທັງຢືນຢັນຄືນໃນຄຳໝັ້ນສັນຍາຂອງອາຊຽນ ໃນການຄຸ້ມຄອງແບບກວມລວມ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ເພດຍິງ ໃນການຕັດສິນບັນຫາ. ກອງປະຊຸມໄດ້ສົນທະນາ 2 ເນື້ອໃນສໍາຄັນກ່ຽວກັບ 1) ການນໍາພາການຫັນປ່ຽນແບບຍືນຍົງ: ແມ່ຍິງ ແລະ ອະນາຄົດດິຈິຕອນ, ດິນຟ້າອາກາດ ແລະ ວາລະການຄຸ້ມຄອງ; 2) ການສ້າງການປົກຄອງແບບກວມລວມ: ແນວທາງຂອງອົງການນິຕິບັນຍັດ ແລະ ການຮ່ວມມືເພື່ອລັດຖະສະພາທີ່ຄໍານຶງເຖິງບົດບາດຍິງ-ຊາຍ ແລະ ມີຄວາມພ້ອມສໍາລັບອະນາຄົດ.
ວັນທີ 18 ກັນຍາ, ກອງປະຊຸມສະມາຊິກລັດຖະສະພາເພດຍິງລະຫວ່າງຊາດອາຊຽນ ຫຼື ໄວປາ (WOMEN PARLIAMENTARIANS OF AIPA – WAIPA) ໄດ້ເປີດຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງທ່ານ ນາງ ອາລິດ ຫຼິວ ກຽງ ຢຽງ (Alice Lau Kiong Yieng) ຮອງປະທານສະພາຜູ້ແທນລາສະດອນມາເລເຊຍ, ປະທານໄວປາ ຄັ້ງທີ 46 ເຊິ່ງມີສະມາຊິກລັດຖະສະພາເພດຍິງ 9 ປະເທດ ເຂົ້າຮ່ວມຄື: ບຣູໄນ ດາຣູຊາລາມ, ກໍາປູເຈຍ, ອິນໂດເນເຊຍ, ສປປລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ; ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ, ປະກອບຄໍາຄິດເຫັນ ແລະ ພິຈາລະນາຮ່າງມະຕິ 5 ສະບັບ ແລະ ສາມາດຮັບຮອງເອົາຢ່າງເປັນເອກະສັນ 3 ມະຕິ ຄື:
1. ມະຕິວ່າດ້ວຍການສົ່ງເສີມຄວາມພະຍາຍາມການມີສ່ວນຮ່ວມທາງດ້ານການເມືອງ ແລະ ຄວາມເປັນຜູ້ນຳຂອງເພດຍິງໃນອາຊຽນ;
2. ມະຕິວ່າດ້ວຍສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໃນອາຊຽນ ໂດຍຜ່ານເສດຖະກິດດູແລເບິ່ງແຍງ;
3. ມະຕິວ່າດ້ວຍການຊຸກຍູ້ບົດບາດຍິງ-ຊາຍ ໂດຍການສົ່ງເສີມທັກສະດ້ານດິຈິຕອນໃຫ້ແກ່ແມ່ຍິງ (ສະເໜີໂດຍ ສປປລາວ, ສະເໜີຂໍຮ່ວມສະໜັບສະໜູນໂດຍປະເທດກໍາປູເຈຍ).
ສໍາລັບຮ່າງມະຕິທີ່ ສປປລາວ ສະເໜີໃນກອງປະຊຸມຄັ້ງນີ້ ເປັນຮ່າງມະຕິອັນສໍາຄັນໃນການຊຸກຍູ້ບົດບາດຍິງ-ຊາຍ ໂດຍສະເພາະແມ່ນການສົ່ງເສີມທັກສະດ້ານດິຈິຕອນໃຫ້ແກ່ແມ່ຍິງ ທັງເປັນການຜັນຂະຫຍາຍມະຕິກອງປະຊຸມສະມາຊິກລັດຖະສະພາລະຫວ່າງຊາດອາຊຽນເພດຍິງ ໃນປີຜ່ານມາ ທີ່ ສປປລາວ ເປັນເຈົ້າພາບ ແລະ ແຜນດຳເນີນງານ ແລະ ຂອບແຜນການປະຕິບັດງານ ກ່ຽວກັບການມີສ່ວນຮ່ວມທາງການເມືອງ ແລະ ຄວາມເປັນຜູ້ນຳຂອງເພດຍິງ (WPPL 2024-2030) ທີ່ຮັບຮອງຢູ່ ສປປລາວ ໃນປີ 2024 ທີ່ຜ່ານມາ ໃນໂອກາດທີ່ ສປປລາວ ເປັນເຈົ້າພາບ.
ກອງປະຊຸມສະມາຊິກລັດຖະສະພາເພດຍິງລະຫວ່າງຊາດອາຊຽນ
