loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມວຽກງານ 6 ເດືອນ ຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2023 ຄະນະເລຂາທິການ ສະພາປະຊາຊົນແຂວງຫລວງນ້ຳທາ

​ກ.ກ. 12, 2023 | ເຂດ 3 ຫຼວງນ້ຳ​ທາ

           ຕອນເຊົ້າວັນທີ 11 ກໍລະກົດ 2023 ນີ້ ຄະນະເລຂາທິການ ສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ໄຂກອງປະຊຸມວຽກງານ 6 ເດືອນ ຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2023 ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ພາຍໃຕ້ການ້ເປັນປະທານຂອງທ່ານ ມີໄຊ ມີວິໄລ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ເລຂາທິການສະພາປະຊາຊົນແຂວງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ອຸ່ນຫລ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ມີສະມາຊິກສະພາປະຊາຊົນແຂວງ, ຕາງໜ້າຈາກຫ້ອງວ່າການປົກຄອງແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ, ຜູ້ຊ່ວຍວຽກສະພາປະຊາຊົນແຂວງ ບັນດາເມືອງ ພ້ອມດ້ວຍພະນັກງານວິຊາການພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະດຳເນີນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫລຸບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງຄະນະເລຂາທິການສະພາປະຊາຊົນແຂວງ ຫລວງນ້ຳທາ  ເພື່ອຕີລາຄາຄືນການຊີ້ນຳ-ນຳພາຂອງຄະນະເລຂາທິການ, ບັນດາກົງຈັກເສນາທິການ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມແຜນການເຄື່ອນໄຫວໃນໄລຍະຜ່ານມາທາງດ້ານການເມືອງແນວຄິດ, ການພັດທະນາບຸກຄະລາກອນ, ຄົ້ນຄວ້າປະຕິບັດນະໂຍບາຍຕໍ່ພະນັກງານລັດຖະກອນໄດ້ເປັນປົກກະຕິ, ການເປັນເສນາທິການດ້ານເນື້ອໃນໃຫ້ສະພາປະຊາຊົນແຂວງ, ມີຄວາມບຸກບືນພັດທະນາດີຂຶ້ນ, ການປົກປັກຮັກສາເອກະສານທາງການ, ພະຫະນະວັດຖຸອຸປະກອນລວມ, ອຳນວຍຄວາມສະດວກດ້ານຕ່າງໆໃຫ້ແກ່ສະພາປະຊາຊົນແຂວງ ການຄຸ້ມຄອງງົບປະມານຫັນເຂົ້າສູ່ລະບຽບການຢ່າງເຂັ້ມງວດຕາມທິດປະຫຍັດ, ປັບປຸງດ້ານຂໍ້ມູນຂ່າວສານໃຫ້ດີຂຶ້ນ, ປະສານງານກັບບັນດາຂະແໜງຊ່ວຍວຽກຂອງບັນດາຄະນະກຳມະການ ແລະ ກົງຈັກຂອງອົງການປົກຄອງແຂວງ, ເມືອງນັບມື້ນັບດີຂຶ້ນກວ່າເກົ່າ; ພ້ອມດຽວກັນ ບັນດາຂະແໜງ ໃນສະພາປະຊາຊົນແຂວງຍັງໄດ້ລາຍງານວຽກງານທີ່ພົ້ນເດັ່ນຂອງຂະແໜງ ແລະ ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນບັນດາຈຸດອ່ອນ, ຂໍ້ຄົງຄ້າງ ຂອງຄະນະເລຂາທິການຢ່າງກົງໄປກົງມາ ເພື່ອປັບປຸງວິທີເຮັດວຽກ ແລະ ວຽກງານອື່ນໆໃຫ້ດີຂຶ້ນກວ່າເກົ່າ.

          ຕອນທ້າຍ ທ່ານ ນາງ ອຸ່ນຫລ້າ ອ້ຽງລໍລາດ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້ເນັ້ນໝັກໃຫ້ຄະນະເລຂາທິການເອົາໃຈໃສ່ປັບປຸງແກ້ໄຂຂໍ້ຄົງຄ້າງຕ່າງໆ ແລະ ໃຫ້ມີຄວາມສາມັກຄີເປັນປຶກແຜ່ນ, ປະສານສົມທົບບັນດາກົງຈັກພາຍໃນສະພາປະຊາຊົນແຂວງ ແລະ ບັນດາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ດີຕາມກົດໝາຍກຳນົດໄວ້ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານໃຫ້ໄດ້ເຄື່ອນໄຫວຢ່າງຕໍ່ເນື່ອງ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ.

ຂ່າວ ອາເມີງ ວີແຄລູ, ພາບ ວັນນີ ແຝງບົວວັນ