
ຕອນບ່າຍຂອງວັນພະຫັດ, ວັນທີ 19 ມັງກອນ 2023 ຄະນະເລຂາທິການສະພາປະຊາຊົນແຂວງອຸດົມໄຊ ໄດ້ເປີດກອງປະຊຸມວຽກງານຄະນະເລຂາທິການສະພາປະຊາຊົນແຂວງ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂຶ້ນ, ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ນາງ ວັນສີ ພວງມະໄລ ກຳມະການປະຈຳສະພາປະຊາຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນໍາວຽກງານຄະນະເລຂາທິການ, ມີບັນດາທ່ານຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມທ່ານ ນາງ ວຽງສະໄໝ ປັນຍາຂັນ ຮອງເລຂາທິການສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານບົດສະຫລຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງອຸດົມໄຊ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023. ເຊິ່ງໃນໄລຍະໜຶ່ງປີຜ່ານມາ ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ພາຍໃນຄະນະເລຂາທິການຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ, ເຮັດໃຫ້ພະນັກງານ-ລັດຖະກອນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ໃນໄລຍະໃໝ່, ເຄົາລົບລັດຖະທຳມະນູນ ແລະ ກົດໝາຍ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວິຊາສະເພາະຂອງຕົນ, ເອົາໃຈໃສ່ຄົ້ນຄວ້າສຶກສາຮໍ່າຮຽນ, ຮັດແໜ້ນຄວາມສາມັກຄີພາຍໃນ ແລະ ພາຍນອກ.

ຄະນະເລຂາທິການສະພາປະຊາຊົນແຂວງອຸດົມໄຊ ໄດ້ສໍາເລັດສະຫຼຸບການເຄື່ອນໄຫວວຽກງານປະຈຳ 1 ເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ 1 ປີ ຂອງສະພາປະຊາຊົນແຂວງ ແລະ ຄະນະເລຂາທິການສະພາປະຊາຊົນແຂວງ; ສໍາເລັດການກະກຽມເນື້ອໃນ, ເອກະສານ, ບົດບັນທຶກກອງປະຊຸມ, ບົດລາຍງານຜົນສຳເລັດກອງປະຊຸມ ແລະ ຮັບໃຊ້ກອງປະຊຸມສະໄໝສາມັນເທື່ອທີ 2, ເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II, ກອງປະຊຸມອື່ນໆ ແລະ ໄດ້ຕິດຕາມຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2, 3 ແລະ ມອບເຄື່ອງຊ່ວຍເຫຼືອໄພພິບັດນໍ້າຖ້ວມຢູ່ບັນດາເມືອງຄື: ເມືອງໄຊ, ເມືອງຫຼາ ແລະ ເມືອງນາໝໍ້.


ຫຼັງຈາກນັ້ນ ບັນດາຜູ້ເແທນກອງປະຊຸມໄດ້ພ້ອມກັນປະກອບຄຳເຫັນໃສ່ບົດສະຫລຸບການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຢ່າງເປັນຂະບວນເພື່ອເຮັດໃຫ້ບົດສະຫລຸບດັ່ງກ່າວມີເນື້ອໃນຄົບຖ້ວນ, ສົມບູນຂຶ້ນກວ່າເກົ່າ.


ໃນຕອນທ້າຍກອງປະຊຸມທ່ານ ນາງ ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ຜູ້ຊີ້ນໍາວຽກງານຄະນະເລຂາທິການ ໄດ້ມີຄຳເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະ 01 ປີທີ່ຜ່ານມາ ແລະ ພ້ອມທັງເນັ້ນໜັກໃຫ້ພ້ອມກັນສືບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຕັ້ງໜ້າຄົ້ນຄວ້າສືກສາຮ່ຳຮຽນ ແລະ ປະຕິບັດໜ້າທີ່ໃນການເປັນເສນາທິການໃຫ້ໄດ້ຮັບຜົນດີ, ຮັບປະກັນການເປັນເສນາທິການທີ່ດີ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.
