
ຕອນບ່າຍຂອງວັນພະຫັດ, ວັນທີ 11 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມວິສາມັນຂອງຄະນະປະຈໍາສະພາປະຊາຊົນແຂວງຂຶ້ນ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການຂະແໜງກ່ຽວຂ້ອງ ເຂົ້າຮ່ວມ.






ກອງປະຊຸມ, ທ່ານ ທອງໄຊ ທໍ່ຈົງເລ່ຍຈີ ປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ໄດ້ຜ່ານໜັງສືສະເໜີຂອງທ່ານເຈົ້າແຂວງວ່າດ້ວຍ ການພິຈາລະນາຮັບຮອງເອົາແຜນການລົງທຶນຂອງລັດ ປີ 2023 ແລະ ຜ່ານໜັງສືສະເໜີຂອງທ່ານເຈົ້າແຂວງວ່າດ້ວຍ ການພິຈາລະນາຮັບຮອງເອົາແຜນການລົງທຶນ(ທຶນພັດທະນາຊຸມຊົນ) ປະຈໍາປີ 2023. ຫຼັງຈາກນັ້ນ, ພະແນກການກ່ຽວຂ້ອງໄດ້ລາຍງານເພີ່ມເຕີ່ມ ແລະ ຊີ້ແຈງບາງບັນຫາຕໍ່ກັບການມີຄໍາຄິດຄໍາເຫັນ ຂອງບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ ຢ່າງກົງໄປກົງມາ.


ປະທານກອງປະຊຸມ, ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກໃຫ້ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສືບຕໍ່ຄົ້ນຄວ້າຮ່ວມກັບພະແນກແຜນການແລະ ການລົງທຶນໃຫ້ລະອຽດ ເພື່ອຄວາມເປັນເອກະພາບ ແລ້ວລາຍງານຕໍ່ປະທານສະພາປະຊາຊົນແຂວງ, ເພື່ອພິຈາລະນາຮັບຮອງ. ພ້ອມນັ້ນ, ກອງປະຊຸມຍັງໄດ້ປະກອບຄໍາເຫັນ ແລະ ປຶກສາຫາລືວຽກງານພົ້ນເດັ່ນອື່ນໆ ອີກຈໍານວນໜຶ່ງ.
