ກອງປະຊຸມລັດຖະສະພາອາຊີ-ປາຊີຟິກ ວ່າດ້ວຍສິ່ງແວດລ້ອມ ແລະ ການພັດທະນາ

ກ.ຍ. 29, 2025

(ສພຊ) – ຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ນາງ ປອ. ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມລັດຖະສະພາອາຊີ-ປາຊີຟິກ ວ່າດ້ວຍສິ່ງແວດລ້ອມ ແລະ ການພັດທະນາ (APPCED) ຄັ້ງທີ 21 ເຊິ່ງຈັດຂຶ້ນໃນວັນທີ 23-24 ກັນຍາ 2025 ທີ່ ສ.ເກົາຫຼີ ໂດຍມີຕົວແທນຈາກບັນດາປະເທດພາກພື້ນເຂົ້າຮ່ວມທັງໝົດ 46 ປະເທດ ປະກອບມີບັນດາສະມາຊິກລັດຖະສະພາໃນຂົງເຂດອາຊີ-ປາຊີຟິກ, ຕາງໜ້າ UN, ການນຳຂັ້ນສູງຂອງລັດຖະບານ ສ.ເກົາຫຼີ ແລະ ຊ່ຽວຊານຂອງອົງການສິ່ງແວດລ້ອມ ແລະ ການພັດທະນາ.
ຈຸດປະສົງກອງປະຊຸມ ແມ່ນເພື່ອໃຫ້ບັນດາປະເທດສະມາຊິກລັດຖະສະພາຕ່າງໆ ໄດ້ມີໂອກາດແລກປ່ຽນປະສົບການ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນຢ່າງມີປະສິດທິຜົນດ້ານປະຊາກອນທີ່ເພີ່ມຂຶ້ນຢ່າງໄວວາ, ການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາຊັບພະຍາກອນມະນຸດ.
ກອງປະຊຸມຍັງໄດ້ໃຫ້ບັນດາປະເທດສະມາຊິກລັດຖະສະພາໃນຂົງເຂດອາຊີ-ປາຊີຟິກ ຂຶ້ນສະເໜີບົດລາຍງານປະເທດຂອງຕົນ; ຈາກນັ້ນ, ໄດ້ມີການລົງນາມຖະແຫຼງການຮ່ວມ ໂດຍເນັ້ນເຖິງການໃຫ້ຄຳໝັ້ນສັນຍາຮ່ວມມືກັນເພື່ອຫຼຸດບັນຫາອຸທົກກະໄພ, ບັນຫາໂລກຮ້ອນ. ນອກຈາກນີ້, ຍັງໄດ້ມີການສົນທະນາ ແລະ ປຶກສາຫາລືຮ່ວມກັນ ເຊິ່ງທ່ານ ປອ. ນາງ ວາລີ ເວດສະພົງ ກໍໄດ້ມີຄຳຄິດເຫັນແລກປ່ຽນບົດຮຽນຕໍ່ກອງປະຊຸມສຳມະນາໃນລັກສະນະສ້າງສັນ ແລະ ກົງໄປກົງມາ.
ກອງປະຊຸມຄັ້ງນີ້ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໂດຍໄດ້ມີການສະຫຼຸບວ່າ: ບັນຫາການປ່ຽນແປງດິນຟ້າອາກາດ ບໍ່ແມ່ນບັນຫາຂອງປະເທດໃດໜຶ່ງ, ທົ່ວໂລກຕ້ອງຮ່ວມມືກັນເພື່ອບັນລຸບັນຫາອຸທົກກະໄພ ແລະ ບັນຫາໂລກຮ້ອນ.