(ສພຊ) – ວັນທີ 24-25 ມິຖຸນາຜ່ານມາ, ທ່ານ ປອ. ກໍລະກັນ ພົມມະວົງ ກຳມະການປະຈໍາກຳມາທິການວັດທະນະທຳ-ສັງຄົມ, ປະທານກຳມາທິການປະຈໍາວຽກງານການລົງທຶນໃສ່ຊາວໜຸ່ມ ຂອງເວທີປຶກສາຫາລືລັດຖະສະພາອາຊີ ກ່ຽວກັບປະຊາກອນ ແລະ ການພັດທະນາ (AFPPD) ໄດ້ເຂົ້າຮ່ວມກອງປະຊຸມລັດຖະສະພາອາຊີ ດ້ານປະຊາກອນ ແລະ ການພັດທະນາ ກ່ຽວກັບບັນຫາອະນຸພາກພື້ນດ້ານບົດບາດຂອງຊາວໜຸ່ມ ແລະ ແມ່ຍິງ ທີ່ນະຄອນຫຼວງມາເລ ປະເທດມານດິວ ຫຼື ມານດີບ ເຊິ່ງມີຄະນະຜູ້ແທນທີ່ເປັນສະມາຊິກລັດຖະສະພາຈາກ 9 ປະເທດໃນພາກພື້ນອາຊີເຂົ້າຮ່ວມ ເພື່ອນຳສະເໜີບົດຮຽນກ່ຽວກັບນະໂຍບາຍການສົ່ງເສີມບັນຫາຄວາມສະເໝີພາບຍິງ-ຊາຍ, ການສຶກສາ, ການມີວຽກເຮັດງານທຳຂອງໄວໜຸ່ມ, ດ້ານການເຂົ້າເຖິງງົບປະມານ ແລະ ການເປັນຜູ້ປະກອບການຂອງແມ່ຍິງ ໃນພາກພື້ນອາຊີ.

ກອງປະຊຸມໄດ້ສົນທະນາ ແລະ ແລກປ່ຽນຂໍ້ມູນຂ່າວສານ ກ່ຽວກັບການຈັດຕັ້ງປະຕິບັດ, ການກຳນົດນະໂຍບາຍ ເພື່ອສົ່ງເສີມແມ່ຍິງ ແລະ ຊາວໜຸ່ມໃນປະເທດຂອງຕົນ ໂດຍຍົກໃຫ້ເຫັນຜົນສຳເລັດ, ສິ່ງທ້າທາຍ ໂດຍສະເພາະການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ບັນຫາອັດຕາການເຂົ້າຮຽນຂອງນັກຮຽນໄວໜຸ່ມ ແລະ ເດັກນ້ອຍ ຍັງຕໍ່າ ແລະ ຂາດຄຸນນະພາບ, ບັນຫາຕໍ່ສຸຂະພາບ ແລະ ມັນສະໝອງຂອງເດັກຢູ່ເຂດຊົນນະບົດ, ການສົ່ງເສີມແມ່ຍິງເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງ ເຊິ່ງມີຫຼາຍປະເທດຍັງບໍ່ບັນລຸຕາມຄາດໝາຍທີ່ກຳນົດໄວ້ ແລະ ບັນຫາອື່ນໆ ພ້ອມທັງກຳນົດທິດທາງແກ້ໄຂບັນຫາດັ່ງກ່າວຕໍ່ກັບແມ່ຍິງ, ເດັກນ້ອຍ ແລະ ຊາວໜຸ່ມ; ຜູ້ແທນກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນໃສ່ມະຕິກອງປະຊຸມ ກ່ຽວກັບການສົ່ງເສີມແມ່ຍິງ ແລະ ການລົງທຶນໃນກຸ່ມໄວໜຸ່ມ, ແລະ ຮັບຮອງເອົາເນື້ອໃນມະຕິດັ່ງກ່າວຢ່າງເປັນເອກະສັນ. ນອກນັ້ນ, ຍັງໄດ້ເຄື່ອນໄຫວທັດສະນະຢ້ຽມຢາມກະຊວງຊາວໜຸ່ມ, ກິລາ, ຂໍ້ມູນຂ່າວສານ ແລະ ສິລະປະ, ສູນຊາວໜຸ່ມຂອງຊຸມຊົນ ແລະ ຫໍພິພິທະພັນແຫ່ງຊາດ.
ທ່ານ ປອ. ກໍລະກັນ ພົມມະວົງ ໄດ້ນຳສະເໜີບົດກ່ຽວກັບການສົ່ງເສີມການມີວຽກເຮັດງານທຳຂອງແມ່ຍິງ ໂດຍຍົກໃຫ້ເຫັນດ້ານນະໂຍບາຍໃນການຊຸກຍູ້ສົ່ງເສີມວຽກງານດັ່ງກ່າວ ເປັນຕົ້ນລັດຖະທຳມະນູນ, ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ, ກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍແຮງງານ, ກົດໝາຍວ່າດ້ວຍການຈັດຫາງານ, ກົດໝາຍວ່າດ້ວຍການພັດທະນາສີມືແຮງງານ, ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍການປະກັນສຸຂະພາບ; ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານແມ່ຍິງ ແລະ ຊາວໜຸມ ພ້ອມທັງຍົກໃຫ້ເຫັນສິ່ງທ້າທາຍ ແລະ ກຳນົດທິດທາງແກ້ໄຂຕາມທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).