(ສພຊ) – ກອງປະຊຸມສຳມະນາກ່ຽວກັບລັດຖະສະພາທີ່ເປີດກວ້າງ ແລະ ການມີສ່ວນຮ່ວມຂອງປະຊາຊົນ ເພື່ອການບໍລິຫານ-ຄຸ້ມຄອງທີ່ກວມລວມ ແລະ ຕອບສະໜອງ ໄດ້ຈັດຂຶ້ນໃນວັນທີ 22-23 ຕຸລານີ້ ທີ່ໂຮງແຮມ ລາວເທວ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ, ປະທານຄະນະສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF), ທ່ານ ຄາໂລຢານ ໂຄເລຟ (Kaloyan Kolev) ຜູ້ຕາງໜ້າຈາກອົງການຝຣັ່ງໂກໂຟນີສາກົນ (OIF) ແລະ ທ່ານ ຢີ ຈັນປຣາສນາ (Yi Chanprasnar) ຜູ້ຕາງໜ້າຈາກສູນລັດຖະສະພາອາຊີ (PCAsia), ເຂົ້າຮ່ວມມີບັນດາທ່ານຜູ້ແທນຈາກ ສປປລາວ, ກໍາປູເຈຍ, ໄທ, ຫວຽດນາມ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ພ້ອມດ້ວຍກອງເລຂາ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ພ້ອມທັງຖອດຖອນບົດຮຽນເຊິ່ງກັນແລະກັນໃນການປະຕິບັດໜ້າທີ່ຂອງສະມາຊິກລັດຖະສະພາ ກ່ຽວກັບການມີສ່ວນຮ່ວມຂອງປະຊາຊົນ ແລະ ລັດຖະສະພາທີ່ເປີດກວ້າງ; ຮັບຟັງປະສົບການການປະຕິບັດວຽກງານຕົວຈິງຈາກບັນດາຊ່ຽວຊານທີ່ມີຊື່ສຽງ ແລະ ແລກປ່ຽນບົດຮຽນທີ່ດີທີ່ສຸດຮ່ວມກັນຂອງສະມາຊິກລັດຖະສະພາ; ເພື່ອໃຫ້ຄວາມສໍາຄັນໃນການເສີມຂະຫຍາຍການຮ່ວມມື ແລະ ປະຕິບັດຕາມພັນທະຂອງສະມາຊິກ APF ໄດ້ຢ່າງຕໍ່ເນື່ອງ ທັງເປັນການເພີ່ມຄວາມຮັບຮູ້ກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ ທີ່ສະໜັບສະໜູນລັດຖະສະພາທີ່ເປີດກວ້າງ ແລະ ມີສ່ວນຮ່ວມຫຼາຍຂຶ້ນ.
ທ່ານ ສັນຍາ ປຣະເສີດ ມີຄໍາເຫັນວ່າ: ລັດຖະສະພາມີພາລະກິດຮ່ວມກັນ ຄືການເປັນຕົວແທນຂອງປະຊາຊົນ ແລະ ສ້າງຄວາມໝັ້ນຄົງໃຫ້ແກ່ພື້ນຖານຂອງປະຊາທິປະໄຕ ຜ່ານການເປີດກວ້າງ, ການມີສ່ວນຮ່ວມ ແລະ ການຕອບສະໜອງທີ່ທັນເວລາ; ການເສີມສ້າງ ແລະ ຮັກສາຄວາມໄວ້ວາງໃຈລະຫວ່າງຜູ້ແທນທີ່ໄດ້ຮັບການເລືອກຕັ້ງ ກັບ ປະຊາຊົນ ແມ່ນສິ່ງສຳຄັນທີ່ສຸດ. ການມີສ່ວນຮ່ວມຂອງປະຊາຊົນຢ່າງແທ້ຈິງ, ການເຂົ້າເຖິງຂໍ້ມູນໄດ້ດີ ແລະ ການຕັດສິນໃຈຢ່າງມີສ່ວນຮ່ວມ ບໍ່ພຽງເປັນຫຼັກການຂອງປະຊາທິປະໄຕ, ແຕ່ຍັງເປັນເງື່ອນໄຂທີ່ຈຳເປັນຕໍ່ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາທີ່ຍືນຍົງ. ກອງປະຊຸມຄັ້ງນີ້ ເປັນເວທີປາໄສເພື່ອແລກປ່ຽນປະສົບການ, ແບ່ງປັນວິທີການທີ່ສ້າງສັນ ແລະ ຮຽນຮູ້ບົດຮຽນຮ່ວມກັນ ໃນການສົ່ງເສີມການປະຕິບັດລັດຖະສະພາທີ່ເປີດກວ້າງ. ທ່ານກ່າວຕື່ມວ່າ ສະພາແຫ່ງຊາດລາວ ໄດ້ຂະຫຍາຍຊ່ອງທາງການສື່ສານຜ່ານທາງໂທລະພາບ, ວິທະຍຸ ແລະ ເວທີດິຈິຕອນ ເພື່ອໃຫ້ການອະພິປາຍໃນສະພາ ແລະ ຂໍ້ມູນກົດໝາຍ ເຂົ້າເຖິງໄດ້ງ່າຍຂຶ້ນສຳລັບປະຊາຊົນ.
(ສອນສັກ ວັນວິໄຊ)

