loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວາງຄະນະຜູ້ແທນສະພາປະຊາຊົນແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບຄະນະຜູ້ແທນສະພາປະຊາຊົນແຂວງ ດຽນບ່ຽນ ແຫ່ງ ສສ ຫວຽດນາມ

ສ.ຫ. 7, 2024 | ເຂດ 2 ຜົ້ງສາລີ

ວັນທີ 6 ສິງຫາ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ຜົ້ງສາລີ,​ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະພາປະຊາຊົນແຂວງ ຜົ້ງສາລີ ແຫ່ງ ສປປ ລາວ ກັບຄະນະຜູ້ແທນສະພາປະຊາຊົນແຂວງ ດຽນດ່ຽນ ແຫ່ງ ສສ ຫວຽດນາມ, ໂດຍເປັນຄະນະປະທານ ຮ່ວມລະຫວ່າງ ສະຫາຍ ທອງສີ ເສົາສຸລີພົມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບ ສະຫາຍ ລໍ່ ວັນເຝື່ອງ ກໍາມະການປະຈໍາພັກແຂວງ ປະທານສະພາປະຊາຊົນແຂວງ ດຽນບ່ຽນ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝາຍ. ຈຸດປະສົງຂອງການເຄື່ອນໄຫວພົບປະ ແລະ ເຮັດວຽກຂອງຄະນະຜູ້ແທນ ເພື່ອເປັນການຮັດແໜ້ນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມແຫ່ງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ; ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ເວົ້າລວມເວົ້າສະເພາະ ລະຫວ່າງ ສະພາປະຊາຊົນແຂວງຜົ້ງສາລີ ແຫ່ງ ສປປ ລາວ ແລະ ສະພາປະຊາຊົນແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ, ທັງເປັນການສືບຕໍ່ການພົວພັນຮ່ວມມືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນຂົງເຂດນິຕິບັນຍັດຂັ້ນທ້ອງຖິ່ນ; ພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ  ໜ້າທີ່ ສະພາປະຊາຊົນຂອງແຕ່ລະຝາຍ;

ໃນກອງປະຊຸມ ສະຫາຍ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຜົ້ງສາລີ  ກໍໄດ້ສະເໜີໃຫ້ຄະນະຜູ້ແທນສະພາປະຊາຊົນແຂວງດຽນບ່ຽນຮັບຊາບ ກ່ຽວກັບສະພາບຈຸດພິເສດ ແລະ ຄວາມຫຍຸ້ງຍາກຂອງແຂວງ ຖ້າທຽບໃສ່ບັນດາແຂວງໃກ້ຄຽງພາຍໃນປະເທດ ໂດຍສະເພາະບັນຫາພື້ນຖານໂຄງລ່າງຈຳນວນໜຶ່ງຍັງບໍ່ທັນໄດ້ຮັບການພັດທະນາເທົ່າທີ່ຄວນ; ການຈັດສັນອາຊີບຄົງທີ່ໃຫ້ປະຊາຊົນ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ຍັງບໍ່ທັນບັນລຸຕາມແຜນການ, ແຕ່ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະພັກ – ອົງການປົກຄອງທຸກຂັ້ນ ເຮັດໃຫ້ສະພາບພາຍໃນແຂວງມີຄວາມສະຫງົບໂດຍພື້ນຖານ, ເສດຖະກິດພາຍໃນແຂວງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ. ມາຮອດປັດຈຸບັນນີ້: ມູນຄ່າ GDP 2,522.85 ຕື້ກີບ; ສະເລ່ຍໃສ່ຄົນໜຶ່ງໄດ້ 567 ໂດລາສະຫະລັດຕໍ່ຄົນ/ປີ, ໂຄງປະກອບເສດຖະກິດຕາມຂະແໜງການໄດ້ມີການຫັນປ່ຽນໄປຕາມທິດ ທີ່ພັກເຮົາໄດ້ກໍານົດໄວ້ ເຊັ່ນ: ດ້ານກະສິກໍາ-ປ່າໄມ້ ກວມ 51.64%, ອຸດສາຫະກຳ-ຫັດຖະກຳ ກວມ 16.18%,  ການບໍລິການກວມ 28.65%. ແຂວງຜົ້ງສາລີມີ: ບ້ານທຸກຍາກຍັງກວມ 69,82%, ຄອບຄົວທຸກຍາກກວມ 57,03%, ບ້ານຊົມໃຊ້ຕາຄ່າຍໄຟຟ້າກວມ 71.77%, ບ້ານຊົມໃຊ້ນ້ຳລິນ-ນ້ຳສະອາດກວມ 85.49%, ບ້ານມີເສັ້ນທາງທຽວໄດ້ 2 ລະດູການ ກວມ67.40% ຂອງຈໍານວນບ້ານທີ່ມີເສັ້ນທາງເຂົ້າເຖິງ, ບ້ານທີ່ມີສັນຍານໂທລະສັບກວມ 95,63% ຂອງຈຳນວນບ້ານໃນທົ່ວແຂວງ. ​ຫຼັ້ງຈາກ ແຕ່ລະຝາຍໄດ້ພັບດປ່ຽນກັນຂຶ້ນສະເໜີບັນເນື້ອໃນ ແລະ ບົດຮຽນ, ປະສົບການ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດເຮັດວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມຂອບເສດສິດ ແລະ ໜ້າທີ່ທີ່ກໄດໝາຍກຳນົດໄວ້ ພ້ອມທັງປະກອບຄຳຄິດ,ຄຳເຫັນ ຕໍ່ວຽກງານຕ່າງໆ ຢ່າງກົງໄປ-ກົງມາ, ສ້າງສັນ ເປັນເອກະພາບ ບົນພື້ນຖານຄວາມສາມັນຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ  ເປັນຕົ້ນ: ແມ່ນວຽກງານການຄົ້ນຄວ້າ, ພິຈະລະນາຮັບຮອງເອົາ ດ້ານນິຕິກຳ, ການຕົກລົງບັນຫາທີ່ສຳຄັນຂອງທ້ອງຖິ່ນ, ແລະ ການຕິດຕາມກວດກາ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ທີ່ກຳນົດໄວ້ໃນກົດ  ໝາຍຄືບັນຫາການລົງທຶນຂອງພາກລັດ,​ເອກະຊົນ ແລະ ແກ້ໄຂບັນດາຄຳສະເໜີຂອງພົນລະເມືອງ ແລະ ວຽກງານໂຄງປະກອບ ບຸກລະກອນຂອງສະພາປະຊາຊົນແຂວງ ແນ່ໃສ່ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານ ໄດ້ຮັບຜົນສຳເລັດ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.  ນອກຈາກນັ້ນ; ປະທານສະພາປະຊາຊົນແຂວງຜົ້ງສາລີ ຍັງໄດ້ສະ   ເໜີໃຫ້ຄະນະຜູ້ແທນ ທັງສອງຝາຍ ສືບຕໍ່ພົບປະແລກປ່ຽນບົດຮຽນ ສອງປີຕໍ່ຄັ້ງ ໂດຍພັດປ່ຽນກັນເປັນເຈົ້າພາບ; ຊີ້ນຳບັນດາຄະນະກຳມະການ ແລະ ຄະນະເລຂາທິການ (ຫ້ອງວ່າການ) ສະພາປະຊາຊົນສອງແຂວງ ໃຫ້ມີການພົບປະແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເຫັນວ່າມີຄວາມຈໍາເປັນ; ສືບຕໍ່ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບ ແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ແຂວງຜົ້ງສາລີ ແຫ່ງ ສປປ ລາວ ກັບ ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ໃຫ້ນັບມື້ໄດ້ຮັບການພັດທະນາດີຂື້ນກ່ວາເກົ່າ.

ໃນຕອນບ່າຍຂອງວັນດຽວກັນ ຄະນະຜູ້ແທນ ກໍໄດ້ເຂົ້າພົບ ສະຫາຍ ຄຳຜອຍ ວັນນະສານ ກໍາມະການສູນກາງພັກ ເລຂາພັກແຂວງ, ​ເຈົ້າແຂວງ-ແຂວງຜົ້ງສາລີ ເພື່ອສະເໜີຈຸດປະສົງ ແລະ ລາຍງານຜົນສຳເລັດຂອງການເຄື່ອນໄຫວພົບປະ ແລະ ເຮັດວຽກງານຂອງຄະນະຜູ້ແທນສະພາປະຊາຊົນແຂວງ ດຽນບ່ຽນແຫ່ງ ສສ ຫວຽດນາມຄັ້ງນີ້ ພ້ອມທັງໄດ້ຮັບຟັງຄຳເຫັນຈາກສະຫາຍ ເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ຊຶ່ງສະຫາຍໄດ້ຕີລາຄາສູງ ແລະ ໃນໂອກາດສໍາຄັນທີ່ຄະນະຜູ້ແທນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ມີຂໍ້ສະເໜີແລກປ່ຽນ ໃນການພົວພັນຮ່ວມມືໃນຕໍ່ໜ້າ ດັ່ງນີ້: (1) ສືບຕໍ່ພົວພັນຮ່ວມມືຮອບດ້ານຂັ້ນແຂວງ, ຂັ້ນພະແນກການ,ອົງການ, ຂັ້ນເມືອງ ແລະ ຂັ້ນຕາແສງ ບົນພື້ນຖານແນວທາງນະໂຍບາຍຂອງສອງພັກ, ສອງລັດຖະບານ ແລະ ຕາມເນື້ອໃນບົດບັນທຶກຊ່ວຍຈຳ ຂອງຄະນະຜູ້ແທນຄັ້ງສູງຂອງສອງແຂວງ ຜົ້ງສາລີ-ດຽນບຽນ ທີ່ໄດ້ລົງນາມເຊັນກັນ ໃຫ້ກາຍເປັນອັນລະອຽດ ແລະ ປະກົດຜົນເປັນຈິງ; (2) ສອງຝ່າຍສືບສະໜັບສະໜູນ, ຊຸກຍູ້ສົ່ງເສີມ ແລະ  ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດຮ່ວມມື ດໍາເນີນທຸລະກິດ, ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຕາມທ່າແຮງ ແລະ ຄວາມສາມາດຂອງແຕ່ລະແຂວງ ເປັນຕົ້ນແມ່ນການປູກໝາກກາ,​ ເພາະແຂວງດຽນບຽນມີທ່າແຮງ ແລະ ສອງຝ່າຍກໍ່ໄດ້ພ້ອມກັນ ສໍາຫຼວດແລ້ວ; (3) ສະເໜີຮ່ວມມືສ້າງຄວາມເຂັ້ມແຂງໃຫ້ສູນສະຖານີ ຢູ່ 03 ເມືອງໃຕ້ (ເມືອງໃໝ່, ເມືອງຂວາ ແລະ ເມືອງສໍາພັນ) ໂດຍສຸມໃສ່ສູນກະສິກໍາຫາດຖໍ້າ ໃຫ້ເປັນຕົວແບບກ່ອນ.

ຈາກນັ້ນ ຄະນະຜູ້ແທນກໍໄດ້ເຄື່ອນໄຫວທັດສະນະທ່ຽວຊົມ ເຄື່ອງຫັດຖະກໍາ ຊົນເຜົ່າອາຄາ ປີລາໂຈ; ສິ້ນຄ້າໂອດອບຂອງເມືອງ ແລະ ຮັບຊົມການສະແດງວັນນະຄະດີ ຈາກໜ່ວຍວັນນະຄະດີຂອງບ້ານນໍ່າຍ່ອງໃໝ່ ເມືອງບຸນເໜືອ ແລະ ສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ພາບ-ຂ່າວ: ສຸຫວັນ ແສງຈັນສຸກ (ສພຂ)