ກອງປະຊຸມພົບປະຢ້ຽມຢາມຂອງຜູ້ໃຫ້ທຶນແຜນງານ ເຊກາ CEGGA II ຢູ່ແຂວງຄໍາມ່ວນ

ພ.ຈ. 12, 2024

ໃນຕອນບ່າຍຂອງວັນທີ 12 ພະຈິກ 2024 ທີ່ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມພົບປະຢ້ຽມຢາມຂອງຜູ້ໃຫ້ທຶນແຜນງານ ເຊກາ CEGGA II, ໂດຍການເປັນປະທານຮ່ວມມີທ່ານ ນາງ ສາທິດ ຈັນສີ ຄະນະປະຈຳສະພາປະຊາຊົນຂັ້ນແຂວງ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງຄໍາມ່ວນ ແລະ ທ່ານ ອານເດຣຍ ເກີຣິດ ( Andreas Gerrits ) ຮອງຜູ້ອຳນວຍການ ການຮ່ວມມືຂອງອົງການເພື່ອພັດທະນາ ແລະ ການຮ່ວມມືຂອງສະວິດເຊີແລນ, ເຂົ້າຮ່ວມມີບັນດາທ່ານ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ຄະນະກຳມະການ, ບັນດາທ່ານຕາງໜ້າຈາກໂຄງການ ແລະ ພະນັກງານຊ່ວຍວຽກເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້: ກໍ່ເພື່ອພົບປະ, ແລກປ່ຽນ ລະຫວ່າງ ສະພາປະຊາຊົນແຂວງຄໍາມ່ວນ ແລະ ຜູ້ສະໜັບສະໜູນບັນດາກິດຈະກຳ ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (CEGGA II ), ແລະ ເພື່ອລາຍງານການຈັດຕັ້ງປະຕິບັດບັນດາແຜນກິດຈະກຳຂອງແຜນງານເຊກາ ປີ 2024. ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສົນທະນາ-ແລກປ່ຽນຄຳຄິດຄຳເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານຜ່ານມາ, ຂອດປະສານງານລະຫວ່າງຂັ້ນສູນກາງ ແລະ ຂັ້ນແຂວງ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນງານເຊກາ ໃຫ້ມີຄວາມສະດວກ ແລະ ວ່ອງໄວ.

ໃນວາລະກອງປະຊຸມ ທ່ານ ນາງ ສາທິດ ຈັນສີ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ກ່າວຕ້ອນຮັບ ແລະ ຕີລາລາສູງຕໍ່ກອງປະຊຸມຮ່ວມໃນຄັ້ງນີ້, ເຊິ່ງແມ່ນໄດ້ຈະຮັບໝາກຜົນຫລາຍໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນຂັ້ນແຂວງ ແລະ ອົງການຈັດຕັ້ງສັງຄົມໃນການເພີ່ມທະວີການຮ່ວມມືຂອດການປະສານງານຂອງລະຫວ່າງ ສະພາປະຊາຊົນແຂວງຂັ້ນ ແລະ ອົງການຈັດຕັ້ງສັງຄົມ ໃຫ້ມີຜົນສຳເລັດ.

ກອງປະຊຸມໄດ້ຮັບການສະໜັບສະໜູນໂດຍ: ຈາກແຜນງານການມີສ່ວນຮ່ວມຂອງປະຊາຊົນ ຕໍ່ວຽກງານການປົກຄອງທີ່ດີ ແລະ ການສ້າງລັດ ທີ່ປົກຄອງດ້ວຍກົດໝາຍ (ແຜນງານເຊກາ – CEGGA II ).

ໂດຍ: ເອື້ອ ມະໂນສິງ