ກອງປະຊຸມຝຶກອົມຮົມ ກ່ຽວກັບການໂຄສະນາຫາສຽງ ໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງແຂວງຫລວງນ້ຳທາ

ກ.ພ. 5, 2026

ກອງປະຊຸມຝຶກອົມຮົມ ກ່ຽວກັບການໂຄສະນາຫາສຽງ ໃຫ້ແກ່ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 5 ກຸມພາ 2026 ພາຍໃຕ້ການເປັນປະທານຂອງທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຮອງຫົວໜ້າຄະນະກຳມະການເລືອກຕັ້ງຂັ້ນແຂວງ ມີບັນດາອານຸກຳມະການເລືອກຕັ້ງຂັ້ນແຂວງ, ອານຸກຳມະການເລືອກຕັ້ງຂັ້ນເມືອງ,  ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດ X ແລະ ສະພາປະຊາຊົນແຂວງຊຸດທີ V ແລະ ກອງເລຂາຊ່ວຍວຽກທີ່ກ່ຽວຂ້ອງຂອງແຂວງ, ເມືອງ ເຂົ້າຮ່ວມ 60 ຄົນ.

ກອງປະຊຸມຝຶກອົບຮົມໄດ້ດຳເນີນເປັນເວລາ 1 ວັນເຕັມ ແລະ ໄດ້ຮັບຟັງການເຊື່ອມຊຶມບັນດາເອກະສານສໍາຄັນຈໍານວນໜຶ່ງ ແລະ ຮັບຟັງການແນະນໍາ ກ່ຽວກັບການວິທີການ, ຂັ້ນຕອນ ໃນການລົງໂຄສະນາຫາສຽງ ຂອງຜູ້ສະໝັກຮັບເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊັນແຂວງ ດັ່ງນີ້: ເຊື່ອມຊຶມ, ຜັນຂະຫຍາຍເນື້ອໃນສໍາຄັນ ຂອງມະຕິຂອງກົມການເມືອງສູນກາງພັກ ເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V; ເຊື່ອມຊຶມເນື້ອໃນສໍາຄັນ ຂອງກົດໝາຍ ວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ແລະ ກົດໝາຍວ່າດ້ວຍ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ຮັບຟັງຄໍາແນະນໍາ ກ່ຽວກັບການໂຄສະນາຫາສຽງ ໂດຍການຈັດຕັ້ງ ແລະ ໂດຍຜູ້ສະໝັກຮັບເລືອກຕັ້ວ ເປັນ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ; ຮັບຟັງຄໍາແນະນໍາ ຂອງຄະນະກໍາມະການລະດັບຊາດ ສະບັບເລກທີ 16/ຄລຊ, ລົງວັນທີ 12/1/2026 ກ່ຽວກັບການຈັດຕັ້ງການໂຄສະນາຫາສຽງ ແລະ ການຕິດຮູບ-ປະຫວັດຫຍໍ້ ຂອງຜູ້ສະໝັກຮັບເລືຶກຕັ້ງເປັນ ສສຊ ແລະ ສສຂ; ນອກນັ້ນ ກອງປະຊຸມຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ ກ່ຽວກັບຄວາມຄືບໜ້າ ໃນການກະກຽມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ສອງກອງບັນຊາການຂອງແຂວງ ແລະ ຄະນະກໍາມະການເລືອກຕັ້ງບັນດາເມືອງ, ພ້ອມທັງສົນທະນາແລກປ່ຽນ ຄໍາຄິດຄໍາເຫັນ ຕໍ່ວຽກງານການກະກຽມ ແລະ ດໍາເນີນການເລືອກຕັ້ງໃນຄັ້ງນີ້ ໃຫ້ມີຄວາມພ້ອມຮອບດ້ານເພື່ອຮັບປະກັນໃຫ້ການເລືອກຕັ້ງຄັ້ງນີ້ໃຫ້ມີຄຸນະພາບ ແລະ ສໍາເລັດຕາມລະດັບຄາດໝາຍ

ຂ່າວ ວັນນີ ແຝງບົວວັນ