ໃນລະຫວ່າງວັນທີ 29- 30 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມຝຶກອົບຮົມເພື່ອຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ພາລະບົດບາດຂອງສະພາແຫ່ງຊາດ(ສພຊ), ສະພາປະຊາຊົນຂັ້ນແຂວງ(ສພຂ) ແລະ ວຽກງານໂຄງປະກອບກົງຈັກການຈັດຕັ້ງບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງ ແລະ ວຽກງານກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ x ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ v ຂຶ້ນ ໂດຍການເປັນປະທານຂອງທ່ານ ສຈ.ປອ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າໂດຍ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເລຂາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ປະທານຄະນະກຳມະການສະພາປະຊາຊົນແຂວງ, ເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ຄະນະເລຂາທິການ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 50 ທ່່ນ.
ໃນກອງປະຊຸມທ່ານ ພູທອນ ວໍລະເພັດ ຮອງປະທານກຳມາທິການກົດໝາຍ ໄດ້ສະເໜີບົດຮຽນກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສພຊ, ສພຂ ບົດຮຽນກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ການຄາດຄະເນໂຄງປະກອບກົງຈັກການຈັດຕັ້ງບຸກຄະລາກອນຂອງສະພາປະຊາຊົນຂັ້ນແຂວງທັງນີ້ ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສພຊ ແລະ ສພຂ ທົ່ວປະເທດ ຕາມລັດຖະທຳມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ ປີ 2025, ພ້ອມທັງແລກປ່ຽນຄວາມເຫັນ ເພື່ອຄວາມເປັນເອກະພາບສູງ ກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ ຂອງສະພາປະຊາຊົນຂັ້ນແຂວງຊຸດໃໝ່ ກໍຄືການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V
ພ້ອມນັ້ນບັນດາທ່ານຜູ້ແທນກອງປະຊຸມໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ແລກປ່ຽນ ແລະ ປະກອບຄຳເຫັນ ແລະ ສະເໜີບັນຫາຕໍ່ສອງວຽກງານດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ໂດຍໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາ ທັງເປັນການຍົກສູງຄວາມຮູ້, ຄວາມເຂົ້າໃຈກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຢູ່ໃນລະບົບອຳນາດແຫ່ງລັດຂັ້ນຕ່າງໆ ຂອງປະເທດເຮົາເປັນຕົ້ນແມ່ນ ເປັນການກະກຽມໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນຕໍ່ໜ້ານີ້ ໃຫ້ມີປະສິດທິພາບ, ປະສິດທິຜົນສູງກວ່າເກົ່າ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ.