loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມຝຶກອົບຮົມຍົກລະດັບຂີດຄວາມສາມາດ ກ່ຽວກັບວຽກງານຕິດຕາມກວດກາຄາດໝາຍ ໃນຂົງເຂດ ວັດທະນະທຳ-ສັງຄົມ, ຍົກສູງຄວາມເຂົ້າໃຈກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຊຸກຍູ້ຕິດຕາມກວດກາການຄຸ້ມຄອງ ວຽກງານຊົນເຜົ່າ ແລະ ສາສະໜາ

ທ.ວ. 29, 2023 | ເຂດ 15 ຈຳ​ປາ​ສັກ

ໃນລະຫວ່າງວັນທີ 26-27 ທັນວາ 2023 ທີ່ຜ່ານມາ ສະພາປະຊາຊົນແຂວງຈໍາປາສັກ ໄດ້ຈັດກອງປະຊຸມຝຶກອົບຮົມຍົກລະດັບຂີດຄວາມສາມາດ ກ່ຽວກັບວຽກງານຕິດຕາມກວດກາຄາດໝາຍໃນຂົງເຂດ ວັດທະນະທຳ-ສັງຄົມ, ຍົກສູງຄວາມເຂົ້າໃຈກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ ແລະ ການຊຸກຍູ້ຕິດຕາມກວດກາການຄຸ້ມຄອງ ວຽກງານຊົນເຜົ່າ ແລະ ສາສະໜາ ຂື້ນຢູ່ທີ່ຫ້ອງປະຊຸມຂອງອົງການປົກຄອງເມືອງສຸຂຸມາ, ແຂວງຈໍາປາສັກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດ 15, ທັງເປັນປະທານສະພາປະຊາຊົນແຂວງຈໍາປາສັກ ມີ ທ່ານ ສົມສີ ມະນີນິນ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ປະທານ-ຮອງປະທານຄະນະກຳມະການວັດທະນະທໍາ-ສັງຄົມ ແລະບັນດາເຜົ່າ, ນັກວິທະຍາກອນ, ພ້ອມດ້ວຍບັນດາທ່ານສະມາຊິກສະພາປະຊາຊົນແຂວງຈໍາປາສັກ ທີ່ສັງກັດໃນຄະນະກຳມາການວັດທະນະທໍາ-ສັງຄົມ ແລະບັນດາເຜົ່າ ເຂົ້າຮ່ວມເປັນສໍາມະນາກອນ, ບັນດາທານຕາງໜ້າຈາກຫ້ອງການໃນຂົງເຂດວັດທະນະທໍາ-ສັງຄົມ ຂອງອົງການປົກຄອງເມືອງສຸຂຸມາໄປ ແລະ ບັນດາວິຊາການຂອງສະພາປະຊາຊົນແຂວງຈໍາປາສັກເຂົ້າຮ່ວມ.

ການດໍາເນີນກອງປະຊຸມ, ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນແຂວງ ປະທານກອງປະຊຸມ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມຝຶກອົບຮົມຄັ້ງນີ້ວ່າ: ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ( STEPS). ເພື່ອເພີ້ມທະວີການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນສູງ ໂດຍສະເພາະພາລະບົດບາດໃນການຕິດຕາມກວດກາຂອງສະພາປະຊາຊົນຂັ້ນແຂວງ; ແນ່ໃສ່ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ສະມາຊິກສະພາປະຊາຊົນແຂວງ ຈຳປາສັກ ເຂດເລືອກຕັ້ງເມືອງ/ນະຄອນ, ພະນັກງານລັດຖະກອນທີ່ກ່ຽວຂ້ອງໃນສະພາປະຊາຊົນແຂວງ ແລະ ພະນັກງານຊ່ວຍວຽກຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ /ນະຄອນ; ເພື່ອຮັບປະກັນໃຫ້ວຽກງານຕິດຕາມກວດກາບັນດາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ການຊຸກຍູ້ຕິດຕາມກວດກາວຽກງານຊົນເຜົ່າ ແລະ ສາສະໜາ ສາມາດເຄື່ອນໄຫວຢ່າງມີປະສິດຕິພາບ ແລະ ປະສິດຕິຜົນ ພ້ອມທັງເຊື່ອມຊືມ, ເຂົ້າໃຈກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ ໂດຍສະເພາະແມ່ນບັນດາເປົ້າໝາຍໃນຂົງເຂດວັດທະນະທຳ-ສັງຄົມ ເຊິ່ງກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການນໍາສະເໜີບົດຮຽນຈາກບັນດາທ່ານນັກວິທະຍາກອນ ແລະ ພ້ອມທັງຮ່ວມກັນ​ຄົ້ນ​ຄວ້າ, ກໍາແໜ້ນເນື້ອໃນຂອງກອງປະຊຸມ ເຊິ່ງມີທັງ​ໝົດ 03 ຫົວຂໍ້ ຄື:

• ການຈັດຕັ້ງ ແລະ ການເຄື່ອນໄຫວ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາສັກເລືອກຕັ້ງເມືອງ/ນະຄອນ;

• ບາງບົດຮຽນກ່ຽວກັບການຊຸກຍູ້, ຕິຕາມກວດກາ ວຽກງານຊົນເຜົ່າ ແລະ ສາສະໜາ;

• ບາງບົດຮຽນກ່ຽວກັບວຽກງານຕິດຕາມກວດກາຄາດໝາຍໃນຂົງເຂດວັດທະນະທຳ-ສັງຄົມ.

ພ້ອມດຽວກັນ, ປະທານກອງປະຊຸມຍັງໄດ້ຮຽກຮ້ອງໃຫ້ບັນດາທ່ານ ນັກສໍາມະນາກອນທີ່ເຂົ້າຮ່ວມກອງປະຊຸມ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າບົດຮຽນດ້ວຍຄວາມເປັນເຈົ້າການ, ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ເອົາໃຈໃສ່ຕິດຕາມການນໍາສະເໜີບົດຮຽນຂອງວິທະຍາກອນໃນແຕ່ລະຫົວຂໍ້. ພ້ອມທັງ ໃຫ້ການຮ່ວມມືໃນການສົນທະນາ, ຖາມ-ຕອບ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ຈາກນັ້ນ, ກອງປະຊຸມໄດ້ຮັບຟັງການບັນລະຍາຍຈາກນັກວິທະຍາກອນ ໃນ 3 ຫົວຂໍ້ທີ່ນໍາມາຝຶກອົບຮົມ ແລະ ມີການປະກອບຄໍາຄິດເຫັນແລກປ່ຽນບົດຮຽນກັນຢ່າງມີບັນຍາກາດຟົດຟື້ນ ແລະເຕັມໄປດ້ວຍເນື້ອໃນທີ່ມີຄວາມໝາຍຄວາມສໍາຄັນໃນການຍົກສູງຄວາມຮູ້ຄວາມສາມາດຢ່າງເລິກເຊິ່ງ.

ກອງປະຊຸມຝຶກອົບຮົມຄັ້ງນີ້, ໄດ້ດໍາເນີນເປັນເວລາ 2 ວັນ ແລະອັດລົງດ້ວຍຜົນສໍາເລັດຢ່າງຈົບງາມ.

(ພາບ-ຂ່າວ: ສົມວິຈິດ ໄຊມົນຕີ)

#ສະພາ​ປະຊາຊົນແຂວງຈໍາປາສັກ

#ຜູ້ແທນປະຊາຊົນ

————————–

☎️ ສາຍດ່ວນ: 031156