ໃນວັນທີ 24 ພຶດສະພາ 2022 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງໄຊບະບູລີ, ໄດ້ຈັດກອງປະຊຸມປຶກສາຫາລື ວຽກງານປັບປຸງກົງຈັກການຈັດຕັ້ງ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ, ໂດຍໃຫ້ກຽດເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ທ່ານ ບຸນແທນ ທີແກ້ວ ເລຂາພັກເມືອງ, ເຈົ້າເມືອງ, ເມືອງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມມີບັນດາຮອງປະທານສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ, ຄະນະເລຂາທິການ, ຄະນະປະຈໍາພັກເມືອງ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະຈັດຕັ້ງແຂວງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການສ້າງຕັ້ງກົງຈັກຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຈາກທ່ານ ນາງ ວັນນາ ພົມວິສອນ ເລຂາທິການສະພາປະຊາຊົນແຂວງ ຈາກນັ້ນກອງປະຊຸມກໍໄດ້ຄົ້ນຄວ້າແລກປ່ຽນຄໍາຄິດ-ຄໍາເຫັນ ຈາກຜູ້ເຂົ້າຮ່ວມກອງປະຊຸມຢ່າງກົງໄປກົງມາ ເພື່ອເຮັດໃຫ້ການປັບປຸງກົງຈັກ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ເວົ້າລວມເວົ້າສະເພາະກໍເພື່ອກໍານົດທີ່ຕັ້ງ, ພາລະບົດບາດ, ສິດແລະ ໜ້າທີ່, ໂຄງປະກອບການຈັດຕັ້ງ, ຫຼັກການ ແລະ ແບບແຜນວິທີເຮັດວຽກ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ໃນການເປັນເສນາທິການ ໃຫ້ຄະນະປະຈໍາສະພາປະຊາຊົນແຂວງ ແລະ ສະພາປະຊາຊົນປະຈໍາເມືອງ ໃຫ້ໄດ້ຮັບຜົນດີີ ແລະ ມີປະສິດທິຜົນ.
ໂດຍ:ອິນທີ ຂຽວສີຟ້າ
ກອງປະຊຸມປຶກສາຫາລື ວຽກງານປັບປຸງກົງຈັກການຈັດຕັ້ງສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ
