ກອງປະຊຸມປັບປຸງ ແລະ ຮຽບຮຽງ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການຈັດງານ ແລະ ບຸນປະເພນີພາຍໃນແຂວງຫລວງນ້ຳທາ

ກ.ພ. 15, 2024

                      ເພື່ອເຮັດໃຫ້ການຄຸ້ມຄອງການຈັດງານ ແລະ ບຸນປະເພນີຕ່າງໆພາຍໃນແຂວງຫລວງນ້ຳທາ ມີຄວາມສະຫງົບ, ເປັນລະບຽບ, ກະທັດຮັດ, ຫລຸດຜ່ອນປະກົດການຫຍໍ້ທໍ້, ສັງຄົມຫັນໄປສູ່ການປະຢັດມັດທະຍັດ ແລະ ຕ້ານການຟຸມເຟື່ອຍ ເທື່ອລະກ້າວ ໃນຕອນແລງວັນທີ 14 ກຸມພາ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ເປີດກອງປະຊຸມປັບປຸງ ແລະ ຮຽບຮຽງ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການຈັດງານ ແລະ ບຸນປະເພນີພາຍໃນແຂວງຫລວງນ້ຳທາ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະສຸລິນ ໝັ້ນປະດິດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ປະທານຄະນະກຳມະການຍຸຕິທຳ ປກຊ – ປກສ ຂອງສະພາປະຊາຊົນແຂວງ, ມີ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ຄະນະເລຂາທິການ ແລະ ຄະນະຮັບຜິດຊອບຮ່າງຂໍ້ຕົກລົງສະບັບນີ້ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ ຄະນະຮັບຜິດຊອບໄດ້ຂຶ້ນຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການຈັດງານ ແລະ ບຸນປະເພນີພາຍໃນແຂວງຫລວງນ້ຳທາ ຂອງພະແນກຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວແຂວງ  ທີ່ນຳເຂົ້າພິຈາລະນາ ຮັບຮອງເອົາ ໃນກອງປະຊຸມສະໄໝສາມັນເທື່ອທີ6 ຂອງສະພາປະຊາຊົນແຂວງ ຜ່ານມານີ້ ລວມທັງໝົດມີ 11 ໝວດ, 47 ມາດຕາ ພ້ອມດຽວກັນ ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນຕໍ່ຮ່າງຂໍ້ຕົກລົງດັ່ງກ່າວ ຢ່າງກົງໄປກົງມາ ທັງນີ້ກໍເພື່ອເຮັດໃຫ້ຮ່າງຂໍ້ຕົກລົງນີ້ ມີເນື້ອໃນຖຶກຕ້ອງສົມບຸນ, ສອດຄອງກັບສະພາບຄວາມເປັນຈິງພາຍໃນແຂວງ ແລະ ເຮັດໃຫ້ການສ້າງຂໍ້ຕົກລົງສະບັບນີ້ໄດ້ຮັບຜົນສຳເລັດສາມາດນຳໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດສູງສຸດ.

ໂດຍ ວັນນີ ແຝງບົວວັນ