ເພື່ອເປັນການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ຄະນະພັກຮາກຖານ ສະພາປະຊາຊົນແຂວງ, ສະນັ້ນ, ມາໃນວັນທີ 4 ທັນວາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ເປີດກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025 ຂອງຄະນະພັກຮາກຖານສະພາປະຊາຊົນແຂວງ ໂດຍການເປັນທານ ຮ່ວມຂອງສະຫາຍ ວຽງໄຊ ສີວິໄລ ເລຂາຄະນະພັກຮາກຖານສະພາປະຊາຊົນແຂວງ ແລະ ສະຫາຍ ຄໍາເພັດ ເພັງມະແສງ ຮອງປະທານກວດກາພັກ-ລັດແຂວງ, ໃຫ້ກຽດເຂົ້າຮ່ວມມີຄະນະຮັບຜິດຊອບລົງຊຸກຍູ້ສ້າງໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ, ຄະນະໜ່ວຍພັກສະພາປະຊາຊົນແຂວງ, ມີບັນທ່ານສະມາຊິກພັກສົມບູນ ແລະ ສໍາຮອງຂອງຄະນະພັກຮາກຖານ ສະພາປະຊາຊົນແຂວງເຂົ້າຮ່ວມ.
ຄະນະພັກຮາກຖານສະພາປະຊາຊົນແຂວງ ປະກອບມີ 4 ໜ່ວຍພັກຂຶ້ນກັບຄື: ໜ່ວຍພັກຄະນະເລຂາທິການ, ໜ່ວຍພັກຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ໜ່ວຍພັກຄະນະກໍາມະການວັດທະນະທໍາ-ສັງຄົົມ ແລະ ບັນດາເຜົ່າ ແລະ ໜ່ວຍພັກຄະນະກໍາມະການຍຸດຕິທໍາ ແລະ ປກຊ-ປກສ, ໃນວະລະດໍາເນີນກອງປະຊຸມຕ່າງໜ້າແຕ່ລະໜ່ວຍພັກຂຶ້ນຜ່ານ ບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ໃນໄລຍະຜ່ານມາຄະນະໜ່ວຍພັກແຕ່ລະຂັ້ນໄດ້ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍ, ມະຕິ, ຄໍາສັ່ງ, ຄຳແນະນໍາ, ມູນເຊື້ອຂອງພັກ, ຂອງຊາດ ແລະ ຄຸນສົມບັດຂອງບັນດາທ່ານຜູ້ນຳ, ປັບປຸງແບບແຜນການນຳພາບົນພື້ນຖານຢຶດໝັ້ນຫຼັກການເຮັດວຽກແບບລວມສູນປະຊາທິປະໄຕ, ປະສານສົມທົບຢ່າງ
ກົມກຽວ ລະຫ່ວາງ ການນຳພາຂອງພັກກັບການເສີມຂະຫຍາຍພາລະບົດບາດຂອງອົງການປົກຄອງກໍ່ຄື ຄະນະປະຈຳ, ບັນດາກຳມະການ, ຄະນະເລຂາທິການ, ຂະແໜງການ ແລະ ອົງການຈັດຕັ້ງມະຫາຊົນ, ເອົາໃຈໃສ່ຊີ້ນໍາໜ່ວຍພັກ, ສະມາຊິກພັກ ດໍາເນີນຊີວິດປະຈໍາເດືອນ ແລະ ປະຕິບັດນະໂຍບາຍຕໍ່ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເປັນປົກະຕິ ໂດຍປະຕິບັດຕາມລະບຽບການ ຢ່າງເຂັ້ມງວດ ແລະ ທິດທາງແຜນການ ປີ 2026 ຄະນະພັກຮາກຖານສະພາປະຊາຊົນແຂວງ ຈະສ້າງໜ່ວຍພັກໃຫ້ມີຄວາມເຂັ້ມແຂງ, ມີຄວາມສາມັກຄີເປັນເອກະພາບກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບ 5 ເນື້ອໃນຂອງການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງສະມາຊິກພັກ
ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສູ້ຊົນສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມ 5 ເນື້ອໃນທີ່ກົມການເມືອງສູນກາງພັກກຳນົດໄວ້ໃຫ້ສຳເລັດຕາມລະດັບຄາດໝາຍຂອງໜ່ວຍພັກວາງອອກ.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ

