loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມປະເມີນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2024 ຂອງກໍາມະບານຮາກຖານ ສະພາປະຊົນແຂວງ

ຕ.ລ. 10, 2024 | ເຂດ 2 ຜົ້ງສາລີ

ວັນທີ 10 ຕຸລາ 2024 ກໍາມະບານຮາກຖານ ສະພາປະຊົນແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປະເມີນເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2024 ທີ່ຫ້ອງປະຊຸມໃຫຍ່ສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ສະຫາຍ ນາງ ພອນສະຫວັນ ສັກຕິຄຸນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີບັນດາຄະນະໜ່ວຍພັກ, ຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກໍາມະບານຮາກຖານ ແລະ ສະມາຊິກກໍາມະບານ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ຮັບຟັງ ສະຫາຍ ປະທານກໍາມະບານຮາກຖານສະພາປະຊາຊົນແຂວງ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 9 ເດືອນ ແລະ ທິດທາງແຜນການ ປະຈໍາ 3 ເດືອນທ້າຍປີ 2024 ຂອງກໍາມະບານຮາກຖານສະພາປະຊາຊົນແຂວງ ພ້ອມທັງຮັບຟັງການປະກອບຄໍາຄິດເຫັນ ຈາກສະມາຊິກ ຕໍ່ບົດສະຫຼຸບດັ່ງກ່າວ. ຈາກນັ້ນ, ກໍ່ໄດ້ມີການແນະນໍາກ່ຽວກັບວິທີການປະເມີນ ຫຼັງຈາກນັ້ນ, ຄະນະຄໍາມະບານຮາກຖານ ແລະ ສະມາຊິກກໍາມະບານ ກໍ່ໄດ້ດໍາເນີນການປະເມີນ ໃນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2024, ເຊິ່ງບັນດາສະຫາຍ ໄດ້ປະກອບຄໍາຄິດຄໍາເຫັນ, ຕໍານິຕິຊົມ ແລະ ກໍ່ສ້າງເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນຟົດຟື້ນ

 

ຕອນທ້າຍ, ປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມຕື່ມ ເຊິ່ງກ່ອນອື່ນສະຫາຍ ໄດ້ຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດທີ່ຍາດມາໄດ້ ໃນໜຶ່ງປີຜ່ານ ເຊິ່ງສະແດງອອກໃນບົດສະຫຼຸບ ພ້ອມກັນນີ້, ສະຫາຍໄດ້ເນັ້ນຕື່ມ ຕໍ່ກັບບັນດາສະມາຊິກ ກໍ່ຄໍຄະນະກໍາມະບານຮາກຖານ ສືບຕໍ່ນໍາພາ-ຊີ້ນໍາ ໃນການເຄື່ອນໄຫວວຽກງານຂອງກໍາມະບານ ຕາມພາລະບົດບາດ ສິດ ແລະ ໜ້າທີ່; ສືບຕໍ່ສ້າງຂະບວນການຕ່າງໆ, ສ້າງແຫຼ່ງລາຍຮັບ ເພື່ອໃຫ້ບັນລຸຕາມແຜນການທີ່ວາງໃວ້; ສືບຕໍ່ເຕົ້າໂຮມຄວາມສາມັກຄີ ພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນ; ສືບຕໍ່ນໍາເອົາເນື້ອໃນຂອງການປະເມີນໃນຄັ້ງນີ້ ແລະ ຄໍາຕໍານິສົ່ງຂ່າວ ຈາກບັນດາສະມາຊິກ ເພື່ອເປັນທິດທາງສືບຕໍ່ປັບປຸງໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃນຕໍ່ໜ້າ ໄດ້ຮັບການແກ້ໄຂ, ມີຜົນສໍາເລັດຕາມແຜນການທີ່ວາງໄວ້ ແລະ ມີປະສິດຕິຜົນທີ່ດີຂຶ້ນເທື່ອລະກ້າວ

ພາບ-ຂ່າວ: ສູນທອງ