ໃນວັນທີ 16 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມປະເມີນພະນັກງານ-ລັດຖະກອນ ປະຈໍາປີ 2025 ຂອງສະພາປະຊາຊົນແຂວງຂຶ້ນໂດຍການເປັນປະທານ ຂອງທ່ານ ວຽງໄຊ ສີວິໄລ ຮອງປະທານສະພາປະຊາຊົນແຂວງ ໃຫ້ກຽດເຂົ້າຮ່ວມມີຄະນະປະຈໍາສະພາປະຊາຊົນແຂວງ, ປະທານ-ຮອງປະທານຄະນະກໍາມະການ, ຄະນະເລຂາທິການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານສະພາປະຊາຊົນແຂວງເຂົ້າຮ່ວມ.
ຈຸດປະສົງໃນການດໍາເນີນກອງປະຊຸມໃນຄັ້ງນີ້ ເພື່ອເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ຂອງພະນັກງານ-ລັດຖະກອນສະພາປະຊາຊົນແຂວງໃນການເຄື່ອນໄຫວວຽກງານ ໄລຍະ 1 ປີຜ່ານມາ. ໃນທີ່ປະຊຸມໄດ້ຜ່ານຂໍ້ຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 103, ລົງວັນທີ 15 ກັນຍາ 2025 ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບການປະເມີນຜົນການປະຕິບັດວຽກງານຂອງພະນັກງານລັດຖະກອນ ຂອງສະພາປະຊາຊົນແຂວງ ປະຈໍາປີ 2025 ໃນໂອກາດດັ່ງກ່າວ ທ່ານວຽງໄຊ ສີວິໄລ ຫົວໜ້າຄະນະຮັບຜິດຊອບການປະເມີນພະນັກງານ-ລັດຖະກອນ ປະຈໍາປີ 2025 ໄດ້ແນະນໍາການປະເມີນ ໂດຍໄດ້ແບ່ງອອກເປັນ 4 ຈຸຄື: ຄະນະເລຂາທິການ, ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ຄະນະກໍາມະການຍຸດຕິທໍາ ແລະ ປກຊ-ປກສ, ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ, ໃນການປະເມີນຄັ້ງນີ້ໄດ້ປະເມີນຕາມມາດຖານຂອງການປະເມີນຄື: ດ້ານວຽກງານການເມືອງແນວຄິດ ແລະ ດ້ານຄຸນສົມບັດສິນທໍາປະຕິວັດ, ດ້ານຄວາມຮູ້ຄວາມສາມາດ ແລະ ປະສົບການ ແລະ ດ້ານການປະເມີນຜົນສໍາເລັດຂອງການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນ.
ໃນຕອນທ້າຍ ທ່ານ ວຽງໄຊ ສີວິໄລ ໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານສະພາປະຊາຊົນແຂວງ ຈົ່ງສືບຕໍ່ປະຕິບັດໜ້າທີ່ວຽກງານຂອງສະພາປະຊາຊາຊົນແຂວງໃຫ້ມີຜົນສໍາເລັດດີຂຶ້ນ ແລະ ການໃຫ້ຄະແນນໃນການປະເມີນບໍ່ໃຫ້ມີແນວຄິດອະຄະຕິຕໍ່ຜູ້ຖືກປະເມີນ, ການປະເມີນຕ້ອງມີຄວາມໂປ່ງໃສສາມາດກວດສອບໄດ້.
ສະພາປະຊາຊົນແຂວງຊຽງຂວາງ
ຂ່າວໂດຍ: ນາງ ສຸກສະຫວັນ ອິນທະແສງ