ກອງປະຊຸມປະເມີນຜົນການຈັດຕັ້ງການປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015

ກ.ກ. 24, 2024

ກອງປະຊຸມປະເມີນຜົນການຈັດຕັ້ງການປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2015 ໄດ້ຈັດຂື້ນໃນວັນທີ 23 ກໍລະກົດ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ນາງ ຈັນທະຄອນ ສີອໍາພອນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ເຂົ້າຮ່ວມມີ ປະທານ, ຮອງປະທານຄະນະກໍາມະການ,ປະທານ,ຮອງປະທານສານປະຊາຊົນແຂວງ ແລະ ຫົວໜ້າ-ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງສານ ແລະ ໄອຍະການແຂວງມີຫົວໜ້າ-ຮອງຫົວໜ້າຂະແໜງພາຍໃນສະພາປະຊາຊົນແຂວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການຂື້ນຜ່ານບົດປະເມີນການຈັດຕັ້ງປະຕິິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 1015 ( ໄລຍະ 2015 ຫາ 2024) ສະເໜີໂດຍ ທ່ານ ບຸນນໍາ ຈັນທອງສີ ປະທານຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງ ລັດຖະທໍາມະນູນສະບັບທໍາອິດຂອງ ສປປ ລາວ ໄດ້ຖຶກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ໃນ ປີ 1991, ມາຮອດປັດຈຸບັນ ເປັນເວລາ 33 ປີ ໃນໄລຍະຜ່ານມາ ກໍໄດ້ມີການປັບປຸງ 2 ຄັ້ງຄື: ການປັບປຸງປີ 2003 ແລະ ປີ 2015 ລັດຖະທໍາມະນູນ ສະບັບປີ 2015 ມາຮອດປັດຈຸບັນ ກໍ່ເປັນເວລາ 9 ປີ ຊື່ງໄດ້ເປັນກົດໝາຍພື້ນຖານສໍາຄັນຂອງປະເທດຊາດ, ເປັນບ່ອນອີງໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ ເພື່ອເປັນເຄື່ອງມືຂອງລັດໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ແລະ ສ້າງເງື່ອນໄຂພື້ນຖານໃຫ້ແກ່ການສ້າງລັດປະຊາທິປະໄຕປະຊາຊົນລາວຂອງພວກເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍ ໃຫ້ດີຂື້ນເທື່ອລະກ້າວ.ພ້ອມນັ້ນບັນດາທ່ານທີເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບເພື່ອສຸມໃສ່ຄົ້ນຄວ້າປະກອບຄໍາຄິດຄໍາເຫັນບັນດາເນື້ອໃນຂອງລັດຖະທໍາມະນູນ ສະບັບ ປີ 2015 ໃຫ້ແທດເໜາະກັບຄວາມເປັນຈິງ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ສະດວກ, ຂໍ້ຫຸຍ້ງຍາກແລະ ວີທີແກ້ໄຂຢ່າງຊັດເຈນ ເພື່ອປັບປຸງເນື້ອໃນຂອງລັດຖະທໍາມະນູນ ສະບັບປີ 2015 ທີ່ຍັງບໍ່ທັນສອດຄອງ ໃຫ້ມີເນື້ອໃນທີ່ຖຶກຕ້ອງ ຄົບຖ້ວນ, ສອດຄອງກັບໜ້າທີການເມືອງຂອງພັກ ແລະ ລັດເຮົາໃນໄລຍະໃໜ່ໃຫ້ກາຍເປັນກົດໝາຍພື້ນຖານສໍາຄັນຂອງປະເທດຊາດ, ເປັນບ່ອນອີງໃຫ້ ແກ່ການສ້າງ ແລະ ປັບປຸງບັນດາກົດໝາຍ ໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ.

ພາບ-ຂ່າວ ບູລາຕີ ແສນທະວົງ