ກອງປະຊຸມປະເມີນ,ຄົ້ນຄວ້າທາບທາມ ກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊົນຊົນແຂວງ

ມ.ຖ. 14, 2023

               ຕອນເຊົ້າວັນທີ 24 ພຶດສະພາ 2023 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ເປີດກອງປະຊຸມປະເມີນ ແລະ ຄົ້ນຄວ້າທາບທາມ ເນື້ອໃນກົດໝາຍວ່າດ້ວຍການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊົນຊົນແຂວງ ເພື່ອປັບປຸງ ພາຍໃຕ້ການເປັນປະທານຂອງທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ຮອງປະທານສະພາປະຊາຊົນແຂວງ ມີບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ,​ຮອງຫົວໜ້າພະແນກການຂອງເເຂວງ, ສອງກຳລັງ ປກຊ-ປກສ ແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 28 ທ່ານ.
​ກອງປະຊຸມບັນດາທ່ານຜູ້ແທນກອງປະຊຸມໄດ້ປະກອບຄຳຄິດເຫັນຕໍ່ກັບການຄົ້ນຄວ້າ ປັບປຸງກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຊຶ່ງກົດໝາຍທັງ 2 ສະບັບ ແມ່ນໄດ້ປັບປຸງລ່າສຸດໃນຄັ້ງວັນທີ 15 ພະຈິກ 2016 ແລະ ໄດ້ລວມເຂົ້າກັນມາເປັນກົດໝາຍວ່າດ້ວຍ ການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊົນຊົນແຂວງ ຜ່ານການຈັດຕັ້ງປະຕິບັດຜ່ານມາ ກົດໝາຍສະບັບດັ່ງກ່າວແມ່ນໄດ້ກາຍເປັນເຄື່ອງມື, ເປັນບ່ອນອີງ ໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ສາມາດຈັດຕັ້ງເຄື່ອນໄຫວວຽກງານໄດ້ເປັນຢ່າງດີ; ແຕ່ມາໃນສະພາແຫ່ງຊາດຊຸດທີ 9 ໄດ້ຮັບການປັບປຸງກົງຈັກຕ່າງໆ ຈຶ່ງເຮັດໃຫ້ກົດໝາຍບາງມາດຕາ ຕ້ອງໄດ້ຮັບກາບປັບປຸງໃຫ້ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ຈຳເປັນໄດ້ຄົ້ນຄວ້າປະເມີນຜົນການຈັດຕັ້ງປະຕິບັດ ເພື່ອເປັນພື້ນຖານໃຫ້ແກ່ການທາບທາມ ການປັບປຸງ ກົດໝາຍດັ່ງກ່າວເປັນຕົ້ນ; ໃນມາດຕາ2 ການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ; ມາດຕາ7 ປະເພດການຕິດຕາມກວດກາ; ມາດຕາ8 ຄວາມຮັບຜິດຊອບໃນການຕິດຕາມກວດກາ; ມາດຕາ9 ການເຂົ້າຮ່ວມໃນການຕິດຕາມກວດກາ; ມາດຕາ10 ການແກ້ໄຂຜົນຕິດຕາມກວດກາ; ສຳລັບການຕິດຕາມກວດກາຂອງສະພາແຫ່ງຊາດແມ່ນໃນມາດຕາ 19, ມາດຕາ 23 ແລະ ການຕິດຕາມກວດກາຂອງສະພາປະຊາຊົນແຂວງ ໃນມາດຕາ 52, 54, 55, 60, 64,65,70 ທັງນີ້ ກໍເພື່ອເປັນພື້ນຖານໃນການທາບທາມຄວາມເຫັນ ໃຫ້ມີຄວາມກວ້າງຂວາງ ແລະ ເລິກເຊີ່ງ ຊຶ່ງຈະເຮັດໃຫ້ການຄົ້ນຄວ້າປັບປຸງກົດໝາຍໃນຄັ້ງນີ້ ໃຫ້ມີຄຸນນະພາບ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພຶດຕິກຳຕົວຈິງ.