loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກອງປະຊຸມປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ຢູ່ແຂວງຜົ້ງສາລີ

​ກ.ກ. 23, 2024 | ເຂດ 2 ຜົ້ງສາລີ

(ສພຂ) –  ວັນທີ 23 ກໍລະກົດ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດລັດຖະທຳມະນູນ ແຫ່ງ ສປປລາວ ສະບັບປີ 2015 ໂດຍການເປັນປະທານຂອງທ່ານ ລາວປ່າວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຄະນະກຳມະການລະດັບຊາດປັບປຸງລັດຖະທຳມະນູນ (ຄລຊ), ຮອງຫົວໜ້າອານຸກໍາມະການເນື້ອໃນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາຜອຍ ວັນນະສານ,​ ກໍາມະການສູນການພັກ, ເລຂາພັກແຂວງ, ເຈົ້າແຂວງ-ແຂວງຜົ້ງສາລີ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ທ່ານຮອງເຈົ້າແຂວງ, ການນໍາຂອງແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ 2, ສະມາຊິກສະພາປະຊາຊົນແຂວງ, ມີສະມາຊິກອົງການປົກຄອງແຂວງ, ອົງການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ສະຫະພັນນັກຮົບເກົ່າແຂວງ, ອົງການພັກ-ລັດ, ອົງການລັດທຽບເທົ່າຂັ້ນແຂວງ, ອາດິດການນໍາແຂວງ, ອາດິດ ສສຊ ປະຈໍາເຂດເລືອກຕັ້ງ 2, ອາດີດ ສສຂ, ລັດວິສາຫະກິດ, ຫົວໜ່ວຍທຸລະກິດທັງພາກລັດ, ພາກເອກະຊົນ, ກອງເລຂາ ຂອງ ຄລຊ ແລະ ສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ

ທ່ານ ລາວປ່າວຊົ່ງ ນະວົງໄຊ ໄດ້ມີຄໍາເຫັນວ່າ: ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນແນໃສ່ສະຫຼຸບຕີລາຄາການຈັດຕັ້ງປະ ຕິບັດລັດຖະທຳມະນູນໃນໄລຍະເກືອບ 10 ປີທີ່ຜ່ານມາ ໃນຂົງເຂດຕ່າງໆຂັ້ນແຂວງ ແລະ ເມືອງ ໃຫ້ເຫັນໄດ້ສະພາບລວມ, ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນຫາຄົງຄ້າງ ພ້ອມທັງສາເຫດ, ບົດບັນຍັດທີ່ສອດຄ່ອງ ຫຼື ບໍ່ສອດຄ່ອງ, ບົດຮຽນ ແລະ ບັນຫາຕັ້ງຂຶ້ນ ເພື່ອເປັນຂໍ້ມູນໃຫ້ແກ່ການຄົ້ນຄວ້າ, ປັບປຸງເນື້ອໃນຂອງລັດຖະທໍາມະນູນ ສະບັບປີ 2015 ໃຫ້ຖືກຕ້ອງ, ຄົບຖ້ວນ, ສອດຄ່ອງ, ຮັດກຸມ ແລະ ສາມາດປະຕິບັດໄດ້; ພ້ອມກັນນີ້, ເພື່ອຖອດຖອນບົດຮຽນໃຫ້ແກ່ການຈັດຕັ້ງປະຕິບັດການປະເມີນຢູ່ໃນຈຸດຕ່າງໆ ທັງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ໃຫ້ໄດ້ຮັບຜົນດີ.

 

 

ໃນກອງປະຊຸມ, ໄດ້ຮັບຟັງທ່ານ ທອງສີ ເສົາສຸລິພົມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ສະເໜີບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດລັດຖະທຳມະນູນ ສະບັບປີ 2015 ແລະ ການປະກອບຄຳເຫັນ ລວມທັງຂໍ້ສະເໜີຂອງບັນດາທ່ານຕາງໜ້າຈາກແຕ່ລະພາກສ່ວນ ຄື: ຕາງໜ້າຂົງເຂດຈັດຕັ້ງພັກ, ແນວລາວສ້າງຊາດ, ສະຫະພັນນັກຮົມເກົ່າ ແລະ ອົງການຈັດຕັ້ງມະຫາຊົນ; ຕາງໜ້າກຸ່ມຂົງເຂດສະພາປະຊາຊົນແຂວງ; ຂົງເຂດສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງ; ຂົງເຂດອົງການປົກຄອງແຂວງ; ຂົງເຂດເສດຖະກິດ; ຂົງເຂດວັດທະນະທໍາ-ສັງຄົມ; ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຂົງເຂດຜູ້ປະກອບການ, ວິສາຫະກິດ; ຂົງເຂດອົງການປົກຄອງເມືອງ 7 ເມືອງ; ພ້ອມກັນນີ້ ຍັງຮັບຟັງການປະກອບຄໍາເຫັນຈາກ ບັນດາທ່ານ ອາດີດການນໍາ, ອະດີດສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ

ພາບ-ຂ່າວ: ສູນທອງ